ແຂກ​ທ່ອງ​ທ່ຽວສາກົນ ມາ​ທ່ຽວຫວຽດນາມ ບັນລຸ​ເກືອບ 2 ລ້ານ​ເທື່ອຄົນ​ໃນ​ເ​ດືອນ ມັງກອນ 2020

(VOVWORLD) -ແຂກທ່ອງທ່ຽວທີ່ມາຈາກບັນດາຕະຫຼາດຕົ້ນຕໍ ລ້ວນແຕ່ເພີ່ມຂຶ້ນ ຄື ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ມາເລເຊຍ, ໄທ...
ແຂກ​ທ່ອງ​ທ່ຽວສາກົນ ມາ​ທ່ຽວຫວຽດນາມ ບັນລຸ​ເກືອບ 2 ລ້ານ​ເທື່ອຄົນ​ໃນ​ເ​ດືອນ ມັງກອນ 2020 - ảnh 1ຈໍານວນແຂກທ່ອງທ່ຽວ ເອີຣົບ ມາຫວຽດນາມ ໃນເດືອນມັງກອນ 2020 ນີ້ ກໍສືບຕໍ່ໄດ້ຮັບການປັບປຸງ, ເພີ່ມຂຶ້ນ 11,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019 (ພາບ: TTXVN)

        ຄາດວ່າ, ແຂກທ່ອງທ່ຽວສາກົນ ມາທ່ຽວຢູ່ຫວຽດນາມໃນເດືອນ ມັງກອນ 2020 ຄາດວ່າບັນລຸເກືອບ 2 ລ້ານເທື່ອຄົນ, ເຊິ່ງເປັນຕົວເລກສູງສຸດນັບແຕ່ກ່ອນມາຮອດປັດຈຸບັນ ຍ້ອນຄວາມຕ້ອງການໃນການທ່ອງທ່ຽວ, ພັກຜ່ອນບໍາລຸງສຸຂະພາບ, ຢ້ຽມຢາມຍາດຕິພີ່ນ້ອງ. ໃນຈໍານວນເຫຼ່ົານັ້ນ, ແຂກຜູ້ໂດຍສານຜ່ານທາງການບິນ ເພີ່ມຂຶ້ນ 38, 9%. ຈໍານວນແຂກທ່ອງທ່ຽວມາຈາກ ອາຊີ ຍັງກວມເອົາອັດຕາສ່ວນຫຼາຍຄືເກົ່າ ແມ່ນປະມານ 77%, ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໃນນັ້ນ, ແຂກທ່ອງທ່ຽວທີ່ມາຈາກບັນດາຕະຫຼາດຕົ້ນຕໍ ລ້ວນແຕ່ເພີ່ມຂຶ້ນ ຄື ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ມາເລເຊຍ, ໄທ... ຈໍານວນແຂກທ່ອງທ່ຽວ ເອີຣົບ ມາຫວຽດນາມ ໃນເດືອນມັງກອນ 2020 ນີ້ ກໍສືບຕໍ່ໄດ້ຮັບການປັບປຸງ, ເພີ່ມຂຶ້ນ 11,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.


ຕອບກັບ

ຂ່າວ/ບົດ​ອື່ນ