ແຂວງ ກວາງນາມ ເພີ່ມທະວີການສົມທົບກັບ VVA ແກ້ໄຂຜົນຮ້າຍຢ້ອນຫຼັງຂອງສົງຄາມ

(VOVWORLD) - VVA ສືບຕໍ່ໜູນຊ່ວຍ ກ໋ວາງນາມ ປະຕິບັດບັນດາໂຄງການມະນຸດສະທຳ ກ່ຽວຂ້ອງເຖິງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພິເສດແມ່ນໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
ແຂວງ ກວາງນາມ ເພີ່ມທະວີການສົມທົບກັບ VVA ແກ້ໄຂຜົນຮ້າຍຢ້ອນຫຼັງຂອງສົງຄາມ - ảnh 1ພາບປະກອບ

ວັນທີ 29 ພຶດສະພາ, ຢູ່ແຂວງ ກວາງນາມ, ຄະນະກຳມະການປະຊາຊົນແຂວງ ກ໋ວາງນາມ ໄດ້ຕ້ອນຮັບ ອົງການທະຫານຜ່ານເສິກ ອາເມລິກາ ເຂົ້າຮ່ວມສົງຄາມຢູ່ ຫວຽດນາມ (VVA), ນຳໂດຍທ່ານ Grant Townsend Coates, ຫົວໜ້າຄະນະກຳມະການທົ່ວປະເທດ ກ່ຽວກັບນັກໂທດ ແລະ ຜູ້ຫາຍສາບສູນ (ຄະນະກຳມະການ POW/MIA). ນະທີ່ນີ້, ທ່ານ ເຈິ່ນແອັງຕວັນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ ຫວັງວ່າ: VVA ສືບຕໍ່ໜູນຊ່ວຍ ກ໋ວາງນາມ ປະຕິບັດບັນດາໂຄງການມະນຸດສະທຳ ກ່ຽວຂ້ອງເຖິງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພິເສດແມ່ນໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ; ສະໜອງບັນດາເອກະສານ, ຂໍ້ມູນທີ່ກ່ຽວຂ້ອງເຖິງທະຫານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນສົງຄາມ ເພື່ອຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ, ບັນດາໂຄງການຊອກຫາ, ທຳລາຍລູກລະເບີດ…

        ສ່ວນທ່ານ Grant Townsend Coates ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຄະນະກຳມະການຈະມານະພະຍາຍາມຫຼາຍກ່ວາ ໃນການເກັບກຳຊອກຫາຂໍ້ມູນກ່ຽວກັບທະຫານ, ຜູ້ປະສົບເຄາະຮ້າຍທີ່ເສຍສະຫຼະຊີວິດໃນສົງຄົມເພື່ອຊ່ວຍໃຫ້ບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ສົ່ງກັບເມືອບ້ານເກີດເມືອງນອນເພື່ອໄຫວ້ອາໄລ. ພ້ອມກັນນັ້ນ, ສະເໜີໃຫ້ລັດຖະບານ ອາເມລິກາ ເອົາໃຈໃສ່ເຖິງການໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍທີ່ຖືກຜົນສະທ້ອນຈາກທາດພິດສີສົ້ມ/ດີໂອຊິນ ຍ້ອນສົງຄາມ, ເຊື່ອຕໍ່ບັນດານັກຄົ້ນຄ້ວາ ຢູ່ ອາເມລິກາ ເພື່ອຮັບໃຊ້ວຽກງານຊອກຫາຜູ້ປະສົບເຄາະຮ້າຍທີ່ຖືກຫາຍສາບສູນ, ເສຍສະຫຼະຊີວິດໃນສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ