ແຂວງ ຝູເທາະ ມອບ - ຮັບ ສູນປ້ອງກັນ, ຕ້ານ ແລະ ປິ່ນປົວໄຂ້ຍຸງລາຍໃຫ້ແຂວງ ຫຼວງນ້ຳທາ

(VOVWORLD) - ທ່ານ ບຸ່ຍມິງເຈົາ, ເລຂາພັກແຂວງ ຝູເທາະ ໃຫ້ຮູ້ວ່າ: ນັບແຕ່ປິ 2005 ມາຮອດປະຈຸບັນ, ແຂວງ ຝູເທາະໄດ້ໜູນຊ່ວຍແຂວງ ຫຼວງນ້ຳທາ ກໍ່ສ້າງຫຼາຍໂຄງການພື້ນຖານໂຄງລ່າງ, ໂຄງການສະຫວັດດີການດ້ວຍມູນຄ່າເກືອບ 40 ຕື້ດົ່ງ.
ແຂວງ ຝູເທາະ ມອບ - ຮັບ ສູນປ້ອງກັນ, ຕ້ານ ແລະ ປິ່ນປົວໄຂ້ຍຸງລາຍໃຫ້ແຂວງ ຫຼວງນ້ຳທາ - ảnh 1ພິທີມອບ - ຮັບຢູ່ແຂວງ ຫຼວງນ້ຳທາ
(ພາບ:Bá Thành/TTXVN)

ຕອນບ່າຍວັນທີ 23 ທັນວາ, ທີ່ແຂວງ ຫຼວງນ້ຳທາ, ທາງພາກເໜືອລາວ, ໄດ້ຈັດພິທີມອບ - ຮັບໂຄງການກໍ່ສ້າງສູນປ້ອງກັນ, ຕ້ານ ແລະ ປິ່ນປົວໄຂ້ຍຸງລາຍ, ທີ່ເປັນຂອງຂວັນ ຂອງແຂວງ ຝູເທາະ ມອບໃຫ້ແຂວງ ຫຼວງນ້ຳທາ.

        ກ່າວຄຳເຫັນທີ່ພິທີ, ທ່ານ ບຸ່ຍມິງເຈົາ, ເລຂາພັກແຂວງ ຝູເທາະ ໃຫ້ຮູ້ວ່າ: ນັບແຕ່ປິ 2005 ມາຮອດປະຈຸບັນ, ແຂວງ ຝູເທາະໄດ້ໜູນຊ່ວຍແຂວງ ຫຼວງນ້ຳທາ ກໍ່ສ້າງຫຼາຍໂຄງການພື້ນຖານໂຄງລ່າງ, ໂຄງການສະຫວັດດີການດ້ວຍມູນຄ່າເກືອບ 40 ຕື້ດົ່ງ. ຫຼາຍໂຄງການຮ່ວມມືລະຫວ່າງສອງແຂວງໄດ້ກໍ່ສ້າງສຳເລັດ ແລະ ນຳເຂົ້າເຄື່ອນໄຫວຢູ່ບາງເຂດປະສົບກັບຄວາມຫຍຸ້ງຍາກ, ປະກອບສ່ວນສຳຄັນເຂົ້າໃນວິວັດການພັດທະນາເສດຖະກິດ - ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

        ໂດຍຕາງໜ້າໃຫ້ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຫຼວງນ້ຳທາ, ທ່ານ ເລຂາພັກແຂວງ, ເຈົ້າແຂວງໆ ຫຼວງນ້ຳທາ ຄຳໄລ ສີປະເສີດ ເນັ້ນໜັກວ່າ: ພິທີເປີດສະຫຼອງ, ມອບ - ຮັບ ໂຄງການກໍ່ສ້າງສູນປ້ອງກັນ, ຕ້ານ ແລະ ປິ່ນປົວໄຂ້ຍຸງລາຍ ແມ່ນໜຶ່ງໃນບັນດາການເຄື່ອນໄຫວມີຄວາມໝາຍຂອງສອງແຂວງ, ປະກອບສ່ວນສ້າງຜົນສຳເລັດລວມໃຫ້ແກ່ປີສາມັກຄີ, ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022; ສະແດງຄວາມຂອບອົກຂອບໃຈຕໍ່ຂອງຂວັນທີ່ມີຄວາມໝາຍຈາກອຳນາດການປົກຄອງ ແລະ ປະຊາຊົນແຂວງ ຝູເທາະ ເພື່ອແນໃສ່ປະກອບສ່ວນເບິ່ງແຍງດູແລ, ຮັກສາສຸຂະພາບໃຫ້ແກ່ປະຊາຊົນໃນບໍລິເວນແຂວງ ຫຼວງນ້ຳທາ.

ຕອບກັບ

ຂ່າວ/ບົດ​ອື່ນ