ແຂວງ ຢາລາຍ ສົ່ງອອກກາເຟງວດທຳອິດໄປຍັງເອີຣົບຕາມສັນຍາ EVFTA

(VOVWORLD) - ວັນທີ 16 ກັນຍາ, ທີ່ນະຄອນ Pleiku, ແຂວງ ຢາລາຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດຕັ້ງພິທີສົ່ງອອກກາເຟໄປຍັງ ເອີຣົບ, ຕາມສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຮົບ (EVFTA).
ແຂວງ ຢາລາຍ ສົ່ງອອກກາເຟງວດທຳອິດໄປຍັງເອີຣົບຕາມສັນຍາ EVFTA - ảnh 1 ພິທີສົ່ງອອກກາເຟໄປຍັງ ເອີຣົບ (ພາບ: TTXVN)

        ປະຈຸບັນ, ຕະຫລາດ ອີຢູ ກວມເອົາກ່ວາ 42% ປະລິມານກາເຟ ຫວຽດນາມ ສົ່ງອອກ ແລະ ຫວຽດນາມ ກວມເອົາກ່ວາ 8,5% ປະລິມານກາເຟນຳເຂົ້າຈາກຕະຫລາດ ອີຢູ. ກ່າວຄຳເຫັນທີ່ພິທີ, ທ່ານ ເລກວກແຢວງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຢືນຢັນວ່າ ກາລະໂອກາດຈາກ EVFTA ແມ່ນໃຫຍ່ຫລວງທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ນີ້ກໍ່ແມ່ນຕະຫລາດທີ່ມີຄຸນນະພາບສູງ, ສະນັ້ນ ກະສິກຳ ຫວຽດນາມ ເວົ້າລວມ, ກາເຟ ຫວຽດນາມ ເວົ້າສະເພາະ ຕ້ອງປ່ຽນແປງຫລາຍ ຕາມທິດຍົກສູງຄຸນນະພາບ, ເພີ່ມປະລິມານການປຸງແຕ່ງ, ມີຕົ້ນກຳເນີດຢ່າງໂປ່ງໃສ.

        ກາເຟງວດທຳອິດທີ່ສົ່ງອອກໄປຍັງ ອີຢູ ຄັ້ງນີ້ ແມ່ນຂອງບໍລິສັດຫວິງຮຽບຈຳກັດ ດ້ວຍປະລິມານທັງໝົດແມ່ນ 296 ໂຕນ.

ຕອບກັບ

ຂ່າວ/ບົດ​ອື່ນ