ແຂວງ ເຮົ້າຢາງ ມອບນາມມະຍົດລະດັບຊາດ “ແມ່ຫວຽດນາມວິລະຊົນ”

(VOVWORLD) - ວັນທີ 30 ເມສາ, ແຂວງ ເຮົ້າຢາງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, 45 ປີແຫ່ງວັນຕີເອົາໄຊຊະນະຕໍ່ 75 ກອງພັນນ້ອຍສັດຕູ ຂອງກອງທັບ ແລະ ປະຊາຊົນເຂດ 9 ແລະ ມອບນາມມະຍົດລະດັບຊາດໃຫ້ແມ່ ຫວຽດນາມ ວິລະຊົນ 20 ຄົນ.
ແຂວງ ເຮົ້າຢາງ ມອບນາມມະຍົດລະດັບຊາດ “ແມ່ຫວຽດນາມວິລະຊົນ” - ảnh 1ແຂວງ ເຮົ້າຢາງ ມອບນາມມະຍົດລະດັບຊາດ “ແມ່ຫວຽດນາມວິລະຊົນ” (ພາບ: TTXVN )

ທີ່ພິທີ, ບັນດາຜູ້ແທນໄດ້ພ້ອມກັນຫວນຄືນມູນເຊື້ອການສູ້ຮົບພິລາອາດຫານຂອງກອງທັບ, ປະຊາຊົນ ເກີນເທີ ໃນໄລຍະຕໍ່ສູ້ຕ້ານ ອາເມລິກາ (ປັດຈຸບັນແມ່ນນະຄອນ ເກີນເທີ ແລະ ແຂວງ ເຮົ້າຢາງ).

        ທີ່ພິທີ, ການນຳແຂວງ ເຮົ້າຢາງ ໄດ້ປະກາດຂໍ້ຕົກລົງຂອງປະທານປະເທດມອບນາມມະຍົດອັນສູງສົ່ງ “ແມ່ຫວຽດນາມວິລະຊົນ” ໃຫ້ແມ່ ຫວຽດນາມ 20 ຄົນທີ່ມີຜົວ ແລະ ລູກໄດ້ເສຍສະຫຼະຊີວິດໃນການສູ້ຮົບ . ເນື່ອງໃນໂອກາດນີ້, ບັນດາຜູ້ແທນເປັນອະດີດການນຳແຂວງ ເກີນເທີ, ເຮົ້າຢາງ ໄລຍະຕ່າງໆໄດ້ບໍລິຈາກເງິນກ່ວາ 2 ຕື້ດົ່ງ ເພື່ອໜູນຊ່ວຍໃຫ້ຄູອາຈານ ແລະ ນັກຮຽນເຂດຖານທີ່ໝັ້ນສູ້ຮົບ.

ຕອບກັບ

ຂ່າວ/ບົດ​ອື່ນ