ແຂວງ ແຄ໊ງ​ຮ​ວ່າ ຕັ້ງ​ໜ້າ​ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພໍ​່​ແມ່ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ

(VOVWORLD) - ຄະນະພັກແຂວງ ແຄ໊ງຮວ່າ ຫາກໍປະກາດມະຕິກ່ຽວກັບ ໂຄງການພັດທະນາເສດຖະກິດ - ສັງຄົມ ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ແຂວງ ແຄ໊ງຮວ່າ ໄລຍະ 2021 – 2025, ກຳນົດທິດຮອດປີ 2030. ນີ້ແມ່ນມາດຕະການທີ່ແທດຈິງຂອງແຂວງ ແຄ໊ງຮວ່າ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ເຂົ້າສູ່ຊີວິດຕົວຈິງ.
ແຂວງ ແຄ໊ງ​ຮ​ວ່າ ຕັ້ງ​ໜ້າ​ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພໍ​່​ແມ່ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ - ảnh 1ທ່ານ ໂຮ່ວັນມື່ງ -  ຫົວໜ້າຄະນະໂຄສະນາສຶກສາ ຄະນະພັກແຂວງ ແຄ໊ງຮວ່າ (ພາບ: svhtt.khanhhoa.gov.vn) 

ຕາມນັ້ນແລ້ວ, ຮອດປີ 2030, ພ້ອມກັບການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພ, 100% ຈຳນວນຄອບຄົວຊາວເຜົ່າສ່ວນໜ້ອຍຢູ່ເຂດຫ່າງໄກສອກຫຼີກ, ເຂດມີຄວາມສ່ຽງເກີດດິນເຊາະເຈື່ອນ, ນ້ຳແກ່ງຖວ້ມ ກໍຈະໄດ້ຮັບການວາງແຜນຜັງ, ຊັບຊ້ອນ ແລະ ຍົກຍ້າຍໄປຢູ່ບ່ອນປອດໄພ. ໃນມະຕິຂອງຄະນະພັກແຂວງ ແຄ໊ງຮວ່າ ໄດ້ວາງເປົ້າໝາຍວ່າ ຮອດປີ 2025, ລາຍຮັບສະເລ່ຍຕໍ່ຫົວຄົນຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຈະເພີ່ມຂຶ້ນທົບ 2 ເທົ່າ ເມື່ອທຽບໃສ່ປີ 2020, ບັນລຸ 28 ລ້ານດົ່ງຕໍ່ຄົນຕໍ່ປີ; ຮອດປີ 2030, ຈະເທົ່າກັບເຄິ່ງໜຶ່ງລາຍຮັບສະເລ່ຍຕໍ່ຫົວຄົນຂອງທົ່ວປະເທດ. ຮອດປີ 2030, ອັດຕາຄອບຄົວທຸກຍາກໃນເຂດດັ່ງກ່າວ ກໍຫຼຸດລົງເຖິງລະດັບຕ່ຳກວ່າ 10%, ບໍ່ມີບ້ານ, ຕາແສງຫຍຸ້ງຍາກແບບພິເສດ.

        ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ແຂວງ ແຄ໊ງຮວ່າ ໄດ້ວາງອອກມາດຕະການຕ່າງໆ ຄື: ສ້າງກົນໄກ, ນະໂຍບາຍທີ່ສອດຄອ່ງກັບລັກສະນະ, ຮີບຄອງປະເພນີ; ຍົກສູງສະຕິບືນຕົວຂຶ້ນໃນການດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ