ແຂວງກຽນຢາງ: ໄຂວັນບຸນໂຄສະນານ້ຳປາ ຟຸ໋ກວກ

ແຂວງກຽນຢາງ: ໄຂວັນບຸນໂຄສະນານ້ຳປາ ຟຸ໋ກວກ - ảnh 1
(ພາບປະກອບ)

(vovworld) –  ຕອນ​ບ່າຍ​ວັນ​ທີ 14/07, ຢູ່​ເມືອງ​ເກາະ​ຟຸ໋ກວກ, ​ແຂ​ວງກຽນ​ຢາງ ​ໄດ້​ຈັດ​ວັນ​ບຸນ​ໂຄສະນາ​ນ້ຳປາ ຟຸ໋ກວກ​ປີ 2014 ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະໜັບສະໜູນ​ສັບປະດາ​ສື່​ສານ​ແນະນຳ​​ນ້ຳປາ ຟຸ໋ກວກ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ມີ​ເງື່ອນ​ໄຂ​ໂຄສະນາ​ບັນດາ​ຄຸນ​ຄ່າ​ດ້ານ​ເສດຖະກິດ, ວັດທະນະທຳ, ​ໂຄສະນາ​ກ່ຽວ​ກັບ​ອາຊີບ​ຜະລິດ​ນ້ຳ​ປາ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຟຸ໋ກວດ ​ເຖິງ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ​ນາງ ​ໂຮ່ທິກິມລຽນ, ປະທານ​ສະພາ​ບໍລິຫານ ບໍລິສັດ​ຫຸ້ມ​ສ່ວນ​ການ​ຄ້າ ຂາຍ​ຮ່ວານ ​ໃຫ້​ຮູ້​ວ່າ.

        “ຜ່ານ​ວັນ​ບຸນ​ນີ້, ນ້ຳ​ປາ​ຂາຍ​ຮ່ວານ ຂອງ​ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ຢາກ​ໂຄສະນາ​​ເຄື່ອງໝາຍ​ການ​ຄ້າ​ນ້ຳປາ​ຟຸ໋ກວກ ​ເຖິງ​ເພື່ອນ​ມິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ພ້ອມ​ທັງ​ສະ​ເໜີ​ໃຫ້​ຜູ້​ບໍລິ​ໂພ​ກສາມາດ​ຮູ້​ດີ​ວ່າ ຜະລິດ​ຕະພັນ​ນ້ຳປາຊະນິດ​ໃດ​​ແມ່ນ​ຂອງ​ຟຸ໋ກວກ ​ແທ້”.

ຂ່າວ/ບົດ​ອື່ນ