ແຂວງວິ້ງ​ຟຸກ ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່ ວ​ໍ​ໍ​ຊິງ​ຕັນ, ປະ​ເທດ​ອາ​ເມ​ລິ​ກາ

(VOVWORLD) -  ໃນຂອບເຂດໂຄງການສົ່ງເສີມການລົງທຶນຢູ່ ອາເມລິກາ, ວັນທີ 4 ກັນຍາ, ຄະນະປະຕິບັດວຽກງານສົ່ງເສີມການລົງທຶນຢູ່ແຂວງວິ້ງຟຸກໂດຍທ່ານ ຫງວຽນວັນຈີ່, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ເປັນຫົວໜ້າຄະນະປະຕິບັດບັນດາການເຄື່ອນໄຫວເພື່ອສົ່ງເສີມການລົງທຶນຢູ່ ນະຄອນຫຼວງວໍຊິງຕັນ.
ແຂວງວິ້ງ​ຟຸກ ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່ ວ​ໍ​ໍ​ຊິງ​ຕັນ, ປະ​ເທດ​ອາ​ເມ​ລິ​ກາ - ảnh 1ບັນດາຜູ້ແທນເຂົ້າ ກອງປະຊຸມສົນທະນາ (ພາບ: TTXVN)

ຕອນເຊົ້າວັນທີ 4 ກັນຍາ, ຄະນະກຳມະການປະຊາຊົນແຂວງວິ້ງຟຸກ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອາເມລິກາ, ຫ້ອງການການຄ້າ ອາເມລິກາ ຈັດຕັ້ງ ກອງປະຊຸມສົນທະນາສົ່ງເສີມການລົງທຶນດ້ວຍຫົວຂໍ້ທີ່ວ່າ: “ກາລະໂອກາດໃນການຮ່ວມມືລົງທຶນຢູ່ແຂວງ ວິ້ງ ຟຸກ, ຫວຽດນາມ”. ທີ່ກອງປະຊຸມ, ທ່ານ ຫງວຽນວັນຈີ່ ກ່າວຄຳເຫັນກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ຄວາມສາມາດບົ່ມຊ້ອນ ແລະ ບັນດາໂອກາດການລົງທຶນຂອງແຂວງວິ້ງຟຸກ. ໄລ່ຮອດເດືອນກໍລະກົດ ປີ 2019, ວິ້ງຟຸກມີ 362 ໂຄງການ FDI ທີ່ມາຈາກ 17 ປະເທດ ແລະ ເຂດແຄ້ວນ ດ້ວຍຍອດທຶນຈົດທະບຽນກ່ວາ 4,8 ຕື້ USD, ຢືນຢູ່ອັນດັບທີ 19/63 ແຂວງ, ນະຄອນຂອງ ຫວຽດນາມ ກ່ຽວກັບການດຶງດູດເງິນລົງທຶນຈາກຕ່າງປະເທດ. ດ້ວຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ວິ້ງຟຸກ ແມ່ນຈຸດນັດພົບທີ່ມີຄວາມດຶງດູດໃຈຂອງບັນດານັກລົງທຶນພາຍໃນແລະຕ່າງປະເທດ, ປະຈຸບັນ, ວິງຟຸກມີ2ໂຄງການຂອງນັກລົງທຶນ ອາເມລິກາເຄື່ອນໄຫວໃນຂົງເຂດການຜະລິດສົ່ງອອກ, ປະດິດສ້າງດ້ວຍຍອດເງິນລົງທຶນ 15,6 ຕື້ USD.

ແລະກໍ່ໃນວັນດຽວກັນ, ຄະນະປະຕິບັດວຽກງານຊຸກຍູ້ການລົງທຶນ ເຂົ້າແຂວງວິ້ງຟຸກໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳອາເມລິກາ, ສະພາທຸລະກິດ ອາເມລິກາ - ອາຊຽນ (USABC) ຈັດຕັ້ງກອງປະຊຸມສົນທະນາສົ່ງເສີມການລົງທຶນກັບບັນດາວິສາຫະກິດສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ