ແຂວງຫາຍ​ເຢືອງ ສົ່ງ​ອອກ​ໝາກລິ້ນ​ຈີ່​ງວດ​ທໍາ​ອິດ​ໄປ​ຍັງ​ສິງກະ​ໂປ, ອາ​ເມ​ລິ​ກາ ​ແລະ ອົດ​ສະ​ຕາ​ລີ

(VOVWORLD) -    ຕອນບ່າຍວັນທີ 25 ພຶດສະພາ, ພະແນກກະສິກໍາ ແລະ ພັດທະນາຊົນນະບົດແຂວງຫາຍເຢືອງ ແລະ ເມືອງ ແທັງຮ່າ ໄດ້ສົມທົບກັນຈັດການສົ່ງອອກໝາກລິ້ນຈີ່ງວດທໍາອິດໃນປີ 2020 ທີ່ບັນລຸມາດຕະຖານສາກົນ ໄປຍັງຕະຫຼາດສິງກະໂປ, ອາເມລິກາ, ອົດສະຕາລີ.
ແຂວງຫາຍ​ເຢືອງ ສົ່ງ​ອອກ​ໝາກລິ້ນ​ຈີ່​ງວດ​ທໍາ​ອິດ​ໄປ​ຍັງ​ສິງກະ​ໂປ, ອາ​ເມ​ລິ​ກາ ​ແລະ ອົດ​ສະ​ຕາ​ລີ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີຕັດແຖບຜ້າສົ່ງອອກໝາກລິ້ນຈີ່ງວດທໍາອິດໄປຍັງອາເມລິກາ, ອົດສະຕາລີ ແລະ ສິງກະໂປ ປີ 2020 (ພາບ:  TTXVN)

        ປັດຈຸບັນ, ແຂວງຫາຍເຢືອງມີເນື້ອທີ່ດິນປູກໝາກລິ້ນຈີ່ ປະມານ 9.700 ha, ສ່ວນຫຼາຍແມ່ນຢູ່ເມືອງແທັງຮ່າ ແລະ ນະຄອນ ຈີ໊ລິງ. ປັດຈຸບັນ, ສະມັດຕະພາບໝາກລິ້ນຈີ່ປີນີ້ ຄາດວ່າບັນລຸ 45.000  ໂຕນ, ໃນນັ້ນ ມີປະມານ 1.500 ໂຕນ ໄດ້ສົ່ງອອກໄປຍັງ ເອີຣົບ, ອາເມລິກາ, ອົດສະຕາລີ, ຍີ່ປຸ່ນ, ສິງກະໂປ... ທ່ານ ຮວ່າງຈິງ, ຫົວໜ້າກົມ ປ້ອງກັນພືດ, ສັງກັດກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ:

        “ປີນີ້, ທ້ອງຖິ່ນແຫ່ງຕ່າງໆໄດ້ກະກຽມເປັນຢ່າງດີ ກໍຄືສົມທົບກັບບັນດາອົງການຂອງກະຊວງກະສິກໍາ ແລະ ພັດທະນາຊົນນະບົດ, ຄຸນນະພາບຂອງໝາກລິ້ນຈີ່ກໍສູງກວ່າ ແລະ ຮູບຊົງກໍງາມຕາ. ພວກຂ້າພະເຈົ້າໄດ້ກວດກາປະລິມານສິນຄ້າທີ່ຍັງເຫຼືອຂອງບັນດາເຂດປູກໝາກລິ້ນຈີ່ ແມ່ນລ້ວນແຕ່ບັນລຸໄດ້ຕາມມາດຕະຖານທີ່ເຄັ່ງຄັດທີ່ສຸດຂອງ ຍີ່ປຸ່ນ ກໍຄືບາງຕະຫຼາດອື່ນ”.

        ຄາດວ່າ, ປີ 2020 ນີ້, ປະລິມານ ໝາກລິ້ນຈີ່ ແທັງຮ່າ, ແຂວງຫາຍເຢືອງ ສົ່ງອອກ ຈະເພີ່ມຂຶ້ນແຕ່ 30 – 50% ເມື່ອທຽບໃສ່ປີແລ້ວນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ