(vovworld) - ວັນທີ 6/1, ຄະນະກຳມະການປະຊາຊົນແຂວງ ອຽນບ໋າຍ ໄດ້ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນຢູ່ນະຄອນຫຼວງ ເຊີອູນ, ປະເທດ ສ. ເກົາຫຼີ ດ້ວຍຫົວຂໍ້ວ່າ “ອຽນບ໋າຍ: ຄວາມສາມາດບົ່ມຊ້ອນພັດທະນາ ແລະ ການລະໂອກາດລົງທຶນ”. ກອງປະຊຸມມີການເຂົ້າຮ່ວມຂອງວິສາຫະກິດ ສ. ເກົາຫຼີ 150 ແຫ່ງ ປາດຖະໜາຢາກຊອກຮູ້ກາລະໂອກາດລົງທຶນເຂົ້າ ຫວຽດນາມ ເວົ້າລວມ ແລະ ແຂວງ ອຽນບ໋າຍເວົ້າສະເພາະ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຟ້າມທິແທງຈ່າ, ເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ໄດ້ຕີລາຄາສູງບົດບາດຂອງບັນດາວິສາຫະກິດ ສ ເກົາຫຼີ ພວມເຄື່ອນໄຫວໃນບໍລິເວນແຂວງ ໄດ້ປະກອບສ່ວນເຂົ້າໃນພາລະກິດລວມຂອງການພົວພັນລະຫວ່າງ 2 ປະເທດ. ທ່ານນາງ ຟ້າມທິແທງຈ່າ ຢັ້ງຢືນວ່າ ການນຳແຂວງ ອຽນບ໋າຍ ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດເວົ້າລວມ ແລະ ບັນດາວິສາຫະກິດ ສ. ເກົາຫຼີ ເວົ້າສະເພາະໃນວິວັດການລົງທຶນດຳເນີນທຸລະກິດຢູ່ທ້ອງຖິ່ນ.