ແຂວງແທັງຮ໊ວາ ສູ້ຊົນກາຍເປັນສູນກາງໃຫຍ່ກ່ຽວກັບອຸດສາຫະກຳພະລັງງານ ແບະ ອຸດສາຫະກຳການປຸງແຕ່ງ, ປະດິດສ້າງ

(VOVWORLD) -  ຕອນເຊົ້າວັນທີ 27 ຕຸລາ, ທີ່ຫໍປະຊຸມໃຫຍ່, ແຂວງ ແທັງຮ໊ວາ ໄດ້ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮ໊ວາ ຄັ້ງທີ 19, ອາຍຸການ 2020 – 2025. 
ແຂວງແທັງຮ໊ວາ ສູ້ຊົນກາຍເປັນສູນກາງໃຫຍ່ກ່ຽວກັບອຸດສາຫະກຳພະລັງງານ ແບະ ອຸດສາຫະກຳການປຸງແຕ່ງ, ປະດິດສ້າງ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: quochoi.vn)

  ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ: ໂດຍແມ່ນແຂວງມີທີ່ຕັ້ງຍຸດທະສາດທັງດ້ານເສດຖະກິດ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ວຍແຫຼ່ງຊັບພະຍາກອນທີ່ອຸດົມສົມບູນ, ແຫຼ່ງຊັບພະຍາກອນມະນຸດຫລວງຫລາຍ, ພິເສດແມ່ນມີບາດກ້າວຫັນປ່ຽນຢ່າງແຮງໃນໄລຍະຜ່ານມາ; ແຂວງ ແທັງຮ໊ວາ ພ້ອມກັບ ຮ່າໂນ້ຍ, ຫາຍຟ່ອງ ແລະ ກ໋ວາງນິງ ສ້າງເປັນຮູບສີ່ລ່ຽມພັດທະນາຢູ່ພາກເໜືອຂອງປະເທດຊາດ. ທ່ານນາງ ຫງວຽນທິກິມເງິນ ກ່າວວ່າ:

        “ແຂວງຄວນເອົາໃຈໃສ່ວາງແຜນຜັງຕົວເມືອງແຂວງ ແທງຮ໊ວາ ຕ້ອງໄປຕາມທິດຈັດສັນໃຫ້ເໝາະສົມລະຫວ່າງບັນດາເຂດ, ເຊື່ອມຕໍ່ສະດວກກັບບັນດາຕົວເມືອງເຂດພາກເໜືອ ແລະ ຕອນເໜືອພາກກາງ, ສົມທົບລະຫວ່າງແບບໃໝ່ ແລະ ແບບເກົ່າ, ເປັນມິດກັບສິ່ງແວດລ້ອມ, ນຳພາການປ່ຽນແປງໃໝ່ ປະດິດຄິດສ້າງ ແລະ ແມ່ນກຳລັງໜູນການເຕີບໂຕເສດຖະກິດ. ເພີ່ມທະວີການຮ່ວມສຳພັນ, ຮ່ວມມືກັບບັນດາແຂວງໃນເຂດຕອນເໜືອພາກກາງ, ນະຄອນ ຮ່າໂນ້ຍ, ເປັນຕົ້ນແມ່ນໃນການສົ່ງເສີມການລົງທຶນ ແລະ ການຄ້າ, ການທ່ອງທ່ຽວ.

        ທ່ານນາງປະທານສະພາແຫ່ງຊາດກໍ່ຢືນຢັນວ່າ: ແຂວງ ແທັງຮ໊ວາ ຄວນພັດທະນາແຮງອຸດສາຫະກຳຕາມທິດເອົາໃຈໃສ່ເປັນພິເສດພັດທະນາຕາມລວງເລິກ; ເປີດກ້ວາງຂອບຂະໜາດການຜະລິດບັນດາຂະແໜງອຸດສາຫະກຳທີ່ມີທ່າແຮງ, ນຳແຂວງ ແທັງຮ໊ວາ ກາຍເປັນໜຶ່ງໃນບັນດາສູນກາງໃຫຍ່ຂອງຕອນເໜືອພາກກາງ ແລະ ທົ່ວປະເທດກ່ຽວກັບອຸດສາຫະກຳພະລັງງານ ແລະ ອຸດສາຫະກຳການປຸງແຕ່ງ, ປະດິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ