ແຂວ​າງ​ບິ່ງ​ດິງ​ລົງ​ນາມ​ການ​ຮ່ວມ​ມື​ກັບ​ອຳ​ນາດ​ການ​ປົກ​ຄອງ 4 ແຂ​ວງ ພາກ​ໃຕ້​ລາວ

(VOVWORLD) -ຕອນເຊົ້າວັນທີ 30 ມີນາ, ຢູ່ແຂວງບິ່ງດິງ, ຄະນະກຳມະການປະຊາຊົນແຂວງ ບິ່ງດິງໄດ້ຈັດກອງປະຊຸມລົງນາມການຮ່ວມມືລະຫວ່າງແຂວງບິ່ງດິງ ກັບ 4 ແຂວງພາກໃຕ້ ລາວ (ອັດຕະປື, ຈຳປາສັກ, ສາລະວັນ ແລະ ເຊກອງ) ໄລຍະ 2021 – 2025.
ແຂວ​າງ​ບິ່ງ​ດິງ​ລົງ​ນາມ​ການ​ຮ່ວມ​ມື​ກັບ​ອຳ​ນາດ​ການ​ປົກ​ຄອງ 4 ແຂ​ວງ ພາກ​ໃຕ້​ລາວ - ảnh 1ກອງປະຊຸມລົງນາມການຮ່ວມມືລະຫວ່າງແຂວງບິ່ງດິງ ກັບ 4 ແຂວງພາກໃຕ້ ລາວ (ພາບ: TTXVN)

ຕາມນັ້ນແລ້ວ, ແຂວງບິ່ງດິງ ແລະ ບັນດາແຂວງພາກໃຕ້ລາວ ຈະເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດຄື: ສາທາລະນະສຸກ, ການສຶກສາ, ກະສິກຳ, ອຸດສາຫະກຳການຄ້າ, ວັດທະນະທຳ, ກິລາ, ການທ່ອງທ່ຽວ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ… ທ່ານຟ້າມແອັງຕວັນ, ປະທານຄະນະກຳມະການປະຊາຊົນແຂວງ ບິ່ງດິງໃຫ້ຮູ້ວ່າ:

ໃນຊຸມປີຈະມາເຖິງ, ທາງແຂວງບິ່ງດິງຈະສືບຕໍ່ສຸມໃສ່ຊີ້ນຳທຸກຂັ້ນ, ທຸກຂະແໜງການຈັດຕັ້ງຜັນຂະຫຍາຍການປະຕິບັດເນື້ອໃນໂຄງການຮ່ວມມືລະຫວ່າງບັນດາຝ່າຍຢ່າງມີປະສິດທິຜົນ ແລະ ພ້ອມກັບບັນດາແຂວງພາກໃຕ້ ລາວ ສືບຕໍ່ ປົກປ້ອງ, ຮັກສາ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ. ນີ້ແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ