ແຄ໊ງຮ່ວາຈັດລາຍການລາງວັນສື່ມວນຊົນກ່ຽວກັບການກໍ່ສ້າງພັກປີ 2021

(VOVWORLD) -ຄາດວ່າ, ພິທີປະກາດ ແລະ ມອບລາງວັນສື່ມວນຊົນດັ່ງກ່າວຈະດຳເນີນໃນເດືອນ ພະຈິກ 2021.

ຄະນະປະຈຳພັກແຂວງ ແຄ໊ງຮ່ວາ ຫາກໍ່ປະກາດແຜນການຈັດລາຍການລາງວັນສື່ມວນຊົນກ່ຽວກັບການກໍ່ສ້າງພັກແຂວງ ແຄ໊ງຮ່ວາ ປີ 2021 ແລະ ປຸກລະດົມການເຂົ້າຮ່ວມລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກ (ລາງວັນຄ້ອນຕີກ່ຽວຄຳ) ຄັ້ງທີ 6. ຄະນະພັກແຂວງ ແຄ໊ງຮ່ວາ ເນັ້ນໜັກວ່າ, ຜ່ານລາງວັນສື່ມວນຊົນນີ້, ພະນັກງານ ແລະ ປະຊາຊົນຍັງໄດ້ເຂົ້າຮ່ວມການປະກອບຄຳເຫັນໃນການສ້າງອົງຄະນະພັກແຂວງ ດ້ວຍບັນດາບົດຂຽນ, ສື່ສິ່ງພິມດີເດັ່ນ, ປະກອບສ່ວນກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງ, ເຂັ້ມແຂງ; ປ້ອງກັນ, ຕ້ານປະກົດການຊຸດໂຊມດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ ແລະ ບັນດາປະກົດການ “ຜັນແປດ້ວຍຕົນເອງ”, “ຫັນປ່ຽນດ້ວຍຕົນເອງ” ຢູ່ໃນພາຍ.

        ເປົ້າໝາຍເຂົ້າຮ່ວມລາງວັນນີ້ແມ່ນພົນລະເມືອງຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ, ມີຜົນງານ, ບົດ, ຂ່າວ, ບົດຂຽນກ່ຽວກັບວຽກງານກໍ່ສ້າງພັກແຂວງ ແຄ໊ງຮ່ວາ ເຊິ່ງໄດ້ຮັບການລົງພິມ, ຜ່ານໃນທຸກຮູບແບບສື່ມວນຊົນຢູ່ພາຍໃນປະເທດ, ລົງພິມໃນໄລຍະແຕ່ວັນທີ 01 ທັນວາ 2020 ຫາວັທີ 30 ກັນຍາ 2021. ຄາດວ່າ, ພິທີປະກາດ ແລະ ມອບລາງວັນສື່ມວນຊົນດັ່ງກ່າວຈະດຳເນີນໃນເດືອນ ພະຈິກ 2021.

ຕອບກັບ

ຂ່າວ/ບົດ​ອື່ນ