ແງ່ຫວັງສົ່ງອອກໝາກໄມ້ຂອງຫວຽດນາມ

ແງ່ຫວັງສົ່ງອອກໝາກໄມ້ຂອງຫວຽດນາມ - ảnh 1
ພາບ​ປະ​ກອບ:internet

(vovworld)-  ​ພາຍ​ຫລັງ​ຫວຽດ​ນາມ ສົ່ງ​ອອກ​ໝາກ​ລ​ຳ​ໄຍ​ສົດ​ເຂົ້າ​ຕະ​ຫລາດ​ອາ​ເມ​ລິ​ກາ ສຳ​ເລັດ​ຜົນ​ເມື່ອ​ເດືອນ 12/2014, ແລະ ໃນ​ເດືອນ 1/2015 ຫວຽດ​ນາມ ສືບ​ຕໍ່​ສົ່ງ​ອອກ​ໝາກ​ລ​ຳ​ໄຍ​ໄປ​ຂາຍ​ຢູ່ ອາ​ເມ​ລິ​ກາ. ປີນີ້ ຝ່າຍ​ອາ​ເມ​ລິ​ກາ ອາດ​ຈະ​ເຫັນ​ດີ​ອະ​ນຸ​ຍາດ​ໃຫ້​ຫວຽດ​ນາມ ສົ່ງ​ໝາກ​ມ່ວງ ແລະ ໝາກ​ນ້ຳ​ນົມ​ໄປ​ຍັງ​ຕະ​ຫລາດ​ອາ​ເມ​ລິ​ກາ. ນອກ​ຈາກ ຕະ​ຫລາດ ອາ​ເມ​ລິ​ກາແລ້ວ, ປະ​ຈຸ​ບັນ ​ຍັງມີ​ຫລາຍ​ປະ​ເທດ ກໍ​ອະ​ນຸ​ຍາດ​ໃຫ້​ໝາກ​ໄມ້​ຫວຽດ​ນາມ ສົ່ງ​ອອກ​ໄປ​ຍັງ​ບັນ​ດາ​ຕະ​ຫລາດນີ້. ຫວຽດ​ນາມ ແລະ ຍີ່​ປຸ່ນ ພວມ​ສືບ​ຕໍ່​ເຈ​ລະ​ຈາ​ເປີດ​ປະ​ຕູ​ໃຫ້​ຕະ​ຫລາດ​ໝາກ​ມັງ​ກອນ. ສ່ວນ ອົດ​ສະ​ຕາ​ລີ ພວມ​ພິ​ຈາ​ລະ​ນາ​ນຳ​ເຂົ້າ​ໝາກ​ມ່ວງ ແລະ ໝາກ​ມັງ​ກອນ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ