ແງ່​ຫວັງ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ​ສືບ​ຕໍ່​ສັນ​ຍານຕັ້ງ​ໜ້າ​ທີ່​ສຸດ

(VOVWORLD) - ຕາມບົດລາຍງານຂອງທະນາຄານພັດທະນາ ອາຊີ (ADB) ທີ່ຫາກໍ່ປະກາດ, ໃນສະພາບການເກີດໂລກລະບາດໂຄວິດ-19, ການເຕີບໂຕເສດຖະກິດຂອງ ຫວຽດນາມ ຄາດວ່າບັນລຸໃນລະດັບ 1,8% ໃນປີ 2020 ແລະ ເພີ່ມຂຶ້ນໃນລະດັບ 6,3% ໃນປີ 2021. ແງ່ຫວັງເສດຖະກິດຂອງ ຫວຽດນາມ ໃນໄລຍະກາງ ແລະ ໄລຍະຍາວສືບຕໍ່ມີສັນຍານຕັ້ງໜ້າທີ່ສຸດ.
ແງ່​ຫວັງ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ​ສືບ​ຕໍ່​ສັນ​ຍານຕັ້ງ​ໜ້າ​ທີ່​ສຸດ - ảnh 1(ພາບປະກອບ: tapchitaichinh.vn) 


ຕີລາຄາກ່ຽວກັບຂໍ້ສັງເກດການເຕີບໂຕເສດຖະກິດຂອງ ADB, ທ່ານ ຫງວຽນບິກເລິມ ນັກຊ່ຽວຊານດ້ານເສດຖະກິດ, ອະດີດຫົວໜ້າກົມໃຫຍ່ສະຖິຕິໃຫ້ຮູ້ວ່າ ຄາດຄະເນການເຕີບໂຕເສດຖະກິດ ຫວຽດນາມ ຂອງ ADB ແມ່ນລ້ວນແຕ່ເໝາະສົມກັບສະພາບການຕົວຈິງດ້ານເສດຖະກິດຂອງ ຫວຽດນາມ ແລະ ເໝາະສົມກັບການຄາດຄະເນຂອງກົມໃຫຍ່ສະຖິຕິ.

ທີ່ກອງປະຊຸມນັກສາມັນຂອງລັດຖະບານ ຫວຽດນາມ ໃນເດືອນສິງຫາ ປີ 2020 ຜ່ານມາ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ລາຍງານກັບລັດຖະບານກ່ຽວກັບການຄາດຄະເນການເຕີບໂຕເສດຖະກິດ ຫວຽດນາມ ໃນປີ 2020 ບັນລຸໃນລະດັບ 2-3%.

ພ້ອມກັນນັ້ນ, ລັດຖະບານໄດ້ມານະພະຍາຍາມປ່ອຍເງິນລົງທຶນພາກລັດ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃນໄຕມາດ IV ປີ 2020 ແລະ ຊຸມປີຕໍ່ໄປ. ຄຽງຄູ່ກັນນັ້ນ, ເສດຖະກິດ ຫວຽດນາມ ຈະໄດ້ຮັບຜົນປະໂຫຍດຈາກການປະຕິບັດບັນດາສັນຍາການຄ້າເສລີ, ພິເສດແມ່ນການປະຕິບັດສັນຍາການຄ້າເສລີ  ຫວຽດນາມ - ສະຫະພາບເອີລົບ ແມ່ນກຳລັງໝູນ ແລະ ແມ່ນການກະຕຸກຊຸກຍູ້ໃຫ້ແກ່ການເຕີບໂຕຂອງຂົງເຂດກະສິກຳສິນໃນນ້ຳ ແລະ ອຸດສາຫະກຳ.

ດ້ວຍຄວາມມານະພະຍາຍາມຂອງລັດຖະບານ, ປະຊາຄົມວິສາຫະກິດ ແລະ ບັນດາຄອບຄົວຜະລິດ, ດຳເນີນທຸລະກິດ, ໃນສະພາບການໂລກລະບາດໂຄວິດ-19 ຍັງມີການຜັນແປສັບສົນ ແລະ ປະຊາຄົມໂລກພວມຮີບດ່ວນຜະລິດວັກຊິນປ້ອງກັນ-ຕ້ານ ໄວຣັດ corona.

ຕອບກັບ

ຂ່າວ/ບົດ​ອື່ນ