ແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາລະຫວ່າງບັນດາແຂວງເຂດຊາຍແດນ ຫວຽດນາມ - ລາວ

(VOVWORLD) -ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ເນ້ັນໜັກວ່າ ຄວນສຸມໃສ່ເພີ່ມທະວີວຽກງານໂຄສະນາໃນໝູ່ປະຊາຊົນຢູ່ເຂດຊາຍແດນ, ໃນນັ້ນມີສາສະນິກກະຊົນຂອງສາສະໜາຕ່າງໆ ກ່ຽວກັບການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍາວນານ ແລະ ໝັ້ນຄົງທະນົງແກ່ນລະຫວ່າງຫວຽດນາມ - ລາວ.

ວັນທີ 21 ທັນວາ, ຢູ່ນະຄອນເຫວ້, ຄະນະສາສະໜາລັດຖະບານ, ກະຊວງພາຍໃນຫວຽດນາມ ໄດ້ສົມທົບກັບຄະນະກໍາມະການສູນກາງແນວລາວສ້າງຊາດ ຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ ລະຫວ່າງບັນດາແຂວງເຂດຊາຍແດນ ຫວຽດນາມ - ລາວ. ທ່ານຫວູຈ໊ຽນທັ໊ງ ຫົວໜ້າຄະນະສາສະໜາລັດຖະບານ, ທ່ານ ຫງວຽນຈ້ອງເທື່ອ ຮອງລັດຖະມົນຕີກະຊວງພາຍໃນຫວຽດນາມ ແລະ ທ່ານ ຄໍາໄບ ດໍາລັດ ຮອງປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ເປັນປະທານຮ່ວມກອງປະຊຸມ. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາແຂວງເຂດຊາຍແດນ ລະຫວ່າງ ສອງປະເທດ ຫວຽດນາມ - ລາວ ເປັນຈໍານວນຫຼວງຫຼາຍ.

ແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາລະຫວ່າງບັນດາແຂວງເຂດຊາຍແດນ ຫວຽດນາມ - ລາວ - ảnh 1 ທ່ານຫວູຈ໊ຽນທັ໊ງ ຫົວໜ້າຄະນະສາສະໜາລັດຖະບານ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ:TTXVN)

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື ແລະ ຍົກອອກຂໍ້ສະເໜີີແນະຫຼາຍຢ່າງ, ສະເໜີບັນດາມາດຕະການ ແລະ ເຫັນດີເປັນເອກະພາບບັນດາເນື້ອໃນທີ່ສົມທົບກັນ ເພື່ອແນໃສ່ຍົກສູງປະສິດທິຜົນຂອງວຽກງານຄຸ້ມຄອງລັດ ກ່ຽວກັບສາສະໜາຢູ່ເຂດຊາຍແດນ, ປະກອບສ່ວນກໍ່ສ້າງເຂດຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ມິດຕະພາບ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ເນ້ັນໜັກວ່າ ຄວນສຸມໃສ່ເພີ່ມທະວີວຽກງານໂຄສະນາໃນໝູ່ປະຊາຊົນຢູ່ເຂດຊາຍແດນ, ໃນນັ້ນມີສາສະນິກກະຊົນຂອງສາສະໜາຕ່າງໆ ກ່ຽວກັບການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍາວນານ ແລະ ໝັ້ນຄົງທະນົງແກ່ນລະຫວ່າງຫວຽດນາມ - ລາວ. ພ້ອມກັນນັ້ນ, ກໍເອົາໃຈໃສ່ເຖິງການສ້າງເງື່ອນໄຂໃຫ້ຜູ້ມີຍົດສັກຕໍາແໜ່ງ ແລະ ສາສະນິກກະຊົນສາສະໜາຕ່າງໆ ເຂົ້າຮ່ວມການເຄື່ອນໄຫວທາງສາສະໜາ ຖືກຕ້ອງຕາມກົດໝາຍຂອງແຕ່ລະປະເທດ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຮັບປະກັນຄວາມໝັ້ນຄົງດ້ານການເມືອງຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຂອງຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ