ແຮງງານຕ່າງປະເທດເກືອບ 20.000 ຄົນຢາກກັບຄືນມາເຮັດວຽກຢູ່ ຫວຽດນາມ

(VOVWORLD) -   ຕາມກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລ້ວ, ປະຈຸບັນມີແຮງງານຕ່າງປະເທດປະມານກ່ວາ 18.520 ຄົນ ແມ່ນບັນດານັກຊ່ຽວຊານ, ແຮງງານທີ່ມີລະດັບວິຊາສະເພາະເຕັກນິກສູງ, ມີປະສົບການໃນການຄຸ້ມຄອງຢູ່ບັນດາວິສາຫະກິດ ພວມມີຄວາມຕ້ອງການຢາກກັບຄືນມາເຮັດວຽກຢູ່ ຫວຽດນາມ.

        ໃນໄລຍະຈະມາເຖິງ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຈະຍູ້ແຮງການຄຸ້ມຄອງ, ຕິດຕາມແຮງງານຕ່າງປະເທດທີ່ມາເຮັດວຽກຢູ່ ຫວຽດນາມ; ແນະນຳໃຫ້ບັນດາອົງການທີ່ກ່ຽວຂ້ອງຕໍໍ່ກຳນົດເວລາໃບອະນຸຍາດອອກແຮງງານໃຫ້ແກ່ຜູ້ອອກແຮງງານທີ່ພວມເຮັດວຽກຢູ່ ຫວຽດນາມ; ອອກໃບອະນຸຍາດອອກແຮງງານໃໝ່ໃຫ້ບັນດານັກຊ່ຽວຊານ, ນັກຄຸ້ມຄອງວິສາຫະກິດ, ແຮງງານເຕັກນິກທີ່ເປັນຊາວຕ່າງປະເທດ ເພື່ອປ່ຽນແທນໃຫ້ຜູ້ທີ່ບໍ່ໄດ້ເຂົ້າເມືອງ ຫຼື ບໍ່ຢາກກັບມາເຮັດວຽກຄືນໃໝ່ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ