ໂຄສະນາ, ສົ່ງ​ເສີມ​ການທ່ອງທ່ຽວ​​ແຂວງ​ນິງບິງ

(VOVWORLD) -ວັນທີ 13 ກໍລະກົດ, ຢູ່ນະຄອນ ລ່າວກາຍ, ພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວແຂວງ ນິງບິ່ງ ໄດ້ສົມທົບກັບ ພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຂວງ ລ່າວກາຍ ຈັດຕັ້ງກອງປະຊຸມສົ່ງເສີມ, ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງສອງທ້ອງຖິ່ນ. 
ໂຄສະນາ, ສົ່ງ​ເສີມ​ການທ່ອງທ່ຽວ​​ແຂວງ​ນິງບິງ - ảnh 1 ກອງປະຊຸມສົ່ງເສີມ, ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງແຂວງ  ນິງບິ່ງ ແລະ ລ່າວກາຍ (ພາບ: baolaocai.vn)

        ຜູ້ຕາງໜ້າຂອງສອງແຂວງ  ນິງບິ່ງ ແລະ ລ່າວກາຍ ໄດ້ແນະນໍາກ່ຽວກັບບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນ.

        ກໍທີ່ກອງປະຊຸມ, ບັນດາວິສາຫະກິດທ່ອງທ່ຽວ ທີ່ມາຈາກແຂວງຕ່າງໆ  ໄດ້ສະເໜີຕໍ່ການນໍາສອງແຂວງດັ່ງກ່າວ ແລະ ຂະແໜງຄຸ້ມຄອງລັດ ກ່ຽວກັບການທ່ອງທ່ຽວ ເພື່ອຊອກຫາມາດຕະການພັດທະນາການທ່ອງທ່ຽວຂອງສອງແຂວງ ນິງບິ່ງ ແລະ ລ່າວກາຍ. ບັນດາວິສາຫະກິດ ມີຄວາມສົນໃຈເປັນພິເສດເຖິງຄວາມສາມາດບົ່ມຊ້ອນ, ກົນໄກນະໂຍບາຍບຸລິມະສິດ ເພື່ອດຶງດູດແຂກທ່ອງທ່ຽວ, ຟື້ນຟູຂະແໜງທ່ອງທ່ຽວ ພາຍຫຼັງໂລກລະບາດໂຄວິດ - 19.

        ມາຮອດຈຸດເວລານີ້, ບັນດາສະຖານທີ່ພັກເຊົາຢູ່ ນິງບິ່ງ ໄດ້ ແລະ ກໍາລັງຜັນຂະຫຍາຍຜະລິດຕະພັນໃໝ່ຫຼາຍຢ່າງ ເພື່ອກະຕຸ້ນການທ່ອງທ່ຽວຢູ່ພາຍໃນປະເທດ. ທາງແຂວງນິງບິ່ງ ຍັງສຸມໃສ່ຜັນຂະຫຍາຍບັນດາມາດຕະການພັດທະນາການທ່ອງທ່ຽວຢ່າງຄົບຊຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ