ໂຄສະນາວັດທະນະທຳ ຫວຽດນາມຢູ່ເຢຍລະມັນ

ຜູ້ຕາງໜ້າສະຖານທູດຫວຽດນາມປະຈຳເຢຍລະມັນກ່າວຄຳເຫັນທີ່ພິທີ
(ພາບ: baomoi.com)
(vovworld)- ດ້ວຍຫົວເລື່ອງວັດທະນະທຳ ແລະ ເຊື່ອມໂຍງ, ວັນທີ 23/2, ສະມາຄົມຊາວຫວຽດນາມ ຢູ່ນະຄອນ Leipzig ຂຶ້ນກັບລັດ Sachsen-ສະຫະພັນເຢຍລະມັນ ໄດ້ຈັດຕັ້ງງານບຸນວັດທະນະທຳບັນດາຊົນເຜົ່າຫວຽດນາມ ຢູ່ງານຕະຫຼາດທີ່ນະຄອນດັ່ງກ່າວ. ງານບຸນວັດທະນະທຳຫວຽດນາມ ໄດ້ດຶງດູດແຂກທ່ອງທ່ຽວເຢຍລະມັນ ແລະ ສາກົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ບັນດາລາຍການສະແດງສິລະປະໂດຍບັນດາສະມາຄົມຊາວຫວຽດນາມ ອາໄສໃນທົ່ວປະເທດເຢຍລະມັນສະແດງ ໄດ້ຮັບການຊົມເຊີຍຈາກຜູ້ຊົມ, ພິເສດແມ່ນລາຍການສະແດງຕີມວຍ, ພິນສາຍດຽວ ແລະ ຟ້ອນພື້ນເມືອງ. ນີ້ກໍ່ແມ່ນໂອກາດໂຄສະນາບັນດາຈຸດວັດທະນະທຳ, ສີສັນວັດທະນະທຳອັນດີງາມຂອງຫວຽດນາມ ກັບເພື່ອນມິດສາກົນ./.