ໂຄ​ສະ​ນາ​ອາ​ຫານ​ການ​ກິນ ຮ່າ​ໂນ້ຍ​ໃຫ້​ແຂກ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ງານບຸນອາຫານການກິນ ແລະ ການທ່ອງທ່ຽວໝູ່ບ້ານອາຊີບ ຮ່າໂນ້ຍຈະດຳເນີນໄປຮອດວັນທີ 23 ພຶດສະພາ ປີ 2022 ຈຶ່ງອັດລົງ.
ໂຄ​ສະ​ນາ​ອາ​ຫານ​ການ​ກິນ ຮ່າ​ໂນ້ຍ​ໃຫ້​ແຂກ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ບັນດາຜູ້ແທນຕັດຜ້າແຖບໄຂງານບຸນ (ພາບ: QDND)

ຕອນຄ່ຳວັນທີ 25 ພຶດສະພາ, ງານບຸນອາຫານການກິນ ແລະ ທ່ອງທ່ຽວໝູ່ບ້ານອາຊີບຮ່າໂນ້ຍ ປີ 2022 ໄດ້ດຳເນີນຢູ່ ຖະໜົນເລກວາງດ້າວ, ເມືອງ ນາມຕືລຽມ (ຮ່າໂນ້ຍ). ນີ້ແມ່ນເຫດການທີ່ນອນໃນລະບົບການເຄື່ອນໄຫວໂຄສະນາພາບຫຼັກນະຄອນຫຼວງຮ່າໂນ້ຍ - ສະຖານທີ່ທ່ອງທ່ຽວປອດໄພ, ເປັນມິດ, ມີຄຸນນະພາບ, ຈັບອົກຈັບໃຈ ແລະ ເຊີດຊູຄຸນຄ່າວັດທະນະທຳ ອາຫານການກິນ, ໝູ່ບ້ານອາຊີບ ຮ່າໂນ້ຍ ເວົ້າສະເພາະ, ເນື່ອງໃນໂອກາດ SEA Games 31 ກຳລັງດຳເນີນຢູ່ຫວຽດນາມ. ງານບຸນດັ່ງກ່າວ ແມ່ນສູນສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວນະຄອນຮ່າໂນ້ຍຈັດຂຶ້ນ.

ດ້ວຍການເຂົ້າຮ່ວມຂອງບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອ ແລະ ນັກສິລະປະການ, ຫົວໜ່ວຍອາຫານການກິນໃນບໍລິເວນນະຄອນຮ່າໂນ້ຍ ພ້ອມກັບບາງທ້ອງຖິ່ນໃນທົ່ວປະເທດ. ງານບຸນດັ່ງກ່າວລວມມີການເຄື່ອນໄຫວ: ແນະນຳອາຫານການກິນທີ່ເປັນເອກະລັກຂອງຮ່າໂນ້ຍ ແລະ ບາງທ້ອງຖິ່ນ, ແນະນຳເຂດໝູ່ບ້ານອາຊີບທ່ອງທ່ຽວທີ່ໂດດເດັ່ນ; ການເຄື່ອນໄຫວແນະນຳ ແລະ ເຂົ້າຮ່ວມຕົວຈິງຂັ້ນຕອນການຜະລິດຂອງບາງຜະລິດຕະພັນຂອງໝູ່ບ້ານອາຊີບ.

        ງານບຸນອາຫານການກິນ ແລະ ການທ່ອງທ່ຽວໝູ່ບ້ານອາຊີບ ຮ່າໂນ້ຍຈະດຳເນີນໄປຮອດວັນທີ 23 ພຶດສະພາ ປີ 2022 ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ