ໂຄ​ສະ​ນາ​ເຜີຍ​ແຜ່​ໂອ​ກາດ​​ລົງ​ທຶນ​ຢູ່ ຫວຽດ​ນາມ ກັບ​ບັນ​ດາ​ວິ​ສາ​ຫະ​ກິດ EU ແລະ ອັງ​ກິດ

(VOVWORLD) -ທ່ານ ປ.ອ ຫງວຽນແມັງຫາຍ, ທີ່ປຶກສາຜູ້ຮັບຜິດຊອບການລົງທຶນຢູ່ສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ ບັນດາກາລະໂອກາດ ທີ່ຈະບັນລຸໄດ້ການເຕີບໂຕຢູ່ ຫວຽດນາມ ກໍ່ຄືບັນດາກາລະໂອກາດ ເຊິ່ງວິສາຫະກິດ EU ແລະ ອັງກິດ ອາດຈະກຳໄດ້.
ໂຄ​ສະ​ນາ​ເຜີຍ​ແຜ່​ໂອ​ກາດ​​ລົງ​ທຶນ​ຢູ່ ຫວຽດ​ນາມ ກັບ​ບັນ​ດາ​ວິ​ສາ​ຫະ​ກິດ EU ແລະ ອັງ​ກິດ - ảnh 1ທ່ານ ປ.ອ ຫງວຽນແມັງຫາຍ, ທີ່ປຶກສາຜູ້ຮັບຜິດຊອບການລົງທຶນຢູ່ສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ (ພາບ: TTXVN)

ວັນທີ 1 ກໍລະກົດ, ຢູ່ເຢຍລະມັນ, ກຸ່ມບໍລິສັດການເງິນນາໆຊາດ HSBC ໄດ້ຈັດກອງປະຊຸມສຳມະນາທາງອອນລາຍ ເພື່ອແນໃສ່ແນະນຳກາລະໂອກາດລົງທຶນເຂົ້າບັນດາປະເທດອາຊຽນ ຕໍ່ບັນດາວິສາຫະກິດສະຫະພາບເອີລົບ (EU) ແລະ ອັງກິດ. ຜູ້ຕາງໜ້າ ຫວຽດນາມ ເຊົ້າຮ່ວມກອງປະຊຸມສຳມະນາດັ່ງນີ້ ເພື່ອແນໃສ່ແນະນຳນະໂຍບາຍດຶງດູດເງິນລົງທຶນ ກໍ່ຄືບັນດາກາລະໂອກາດ ຈາກບັນດາສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ກັບ EU (EVFTA) ແລະ ອັງກິດ (UKVFTA) ໃຫ້ແກ່ບັນດາວິສາຫະກິດ.

ທ່ານ ປ.ອ ຫງວຽນແມັງຫາຍ, ທີ່ປຶກສາຜູ້ຮັບຜິດຊອບການລົງທຶນຢູ່ສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ ບັນດາກາລະໂອກາດ ທີ່ຈະບັນລຸໄດ້ການເຕີບໂຕຢູ່ ຫວຽດນາມ ກໍ່ຄືບັນດາກາລະໂອກາດ ເຊິ່ງວິສາຫະກິດ EU ແລະ ອັງກິດ ອາດຈະກຳໄດ້. ກ່ຽວກັບນະໂຍບາຍດຶງດູດ FDI, ກະຊວງແຜນການ ແລະ ການລົງທຶນ ພວມຍື່ນສະເໜີຍຸດທະສາດຮ່ວມມືລົງທຶນຕ່າງປະເທດໄລຍະ 2021 – 2030 ຕໍ່ ນາຍົກລັດຖະມົນຕີ. ຍຸດທະສາດນີ້ໄດ້ຮັບຖືວ່າ ຈະຊຸກຍູ້ການເຕີບໂຕເສດຖະກິດຕາມລວງເລິກ ເຊິ່ງຈຸດພົ້ນເດັ່ນຕົ້ນຕໍຈະແມ່ນການປ່ຽນແປງຈຸດສຸມ ແຕ່ການດຶງດູດນັກລົງທຶນທີ່ເໝາະສົມກັບຜະລິດຕະພັນຂອງ ຫວຽດນາມ ໄປຍັງການພັດທະນາສະພາບແວດລ້ອມດຳເນີນທຸລະກິດ ແລະ ເງື່ອນໄຂການລົງທຶນທີ່ເໝາະສົມກັບບັນດາຮູບແບບການລົງທຶນ ຊຶ່ງຫວຽດນາມ ມຸ່ງໄປເຖິງໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ