ໂທລະເລກອວຍພອນການນຳລັດຖະບານ, ສະພາແຫ່ງຊາດຫວຽດນາມ

(VOVWORLD) -ເນື່ອງໃນໂອກາດທ່ານ ຫງວຽນຊວັນຟຸກ ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງສສ.ຫວຽດນາມ, ພະບາດສົມເດັດພະເຈົ້າມະຫາຊີວິດ ມະຫາ ວະຈິ້ຣາລອງກອນ ບາດີບທໍຣານເທບຣາວະຣານກຸນ, ທ່ານລັດຖະມົນຕີການຕ່າງປະເທດສະຫະພັນ ເມັກຊີໂກ; ທ່ານລັດຖະມົນຕີກະຊວງການຕ່າງປະເທດ Bolivia ໄດ້ສົ່ງໂທລະເລກມາອວຍພອນ.

ເນື່ອງໃນໂອກາດທ່ານ ຟ້າມມິງຈິ໊ງ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີຫວຽດນາມ, ສະເດັດເຈົ້າ Mohammed bin Rashid Al Maktoum, ຮອງປະທານາທິບໍດີ, ທັງເປັນນາຍົກລັດຖະມົນຕີ ແລະ ຜູ້ມີອຳນາດເຕັມ Dubai, ສະຫະລັດອາຣັບ ເອມມີເລດ ແລະ ສະເດັດເຈົ້າ Mohammed bin Zayed Al Nahyan, ອົງມົງກຸດລາຊະກຸມມານ Abu Dhabi, ທັງເປັນຜູ້ບັນຊາການໃຫຍ່ກຳລັງປະກອບອາວຸດ ສະຫະລັດອາຣັບ ເອມມີເລດ ໄດ້ສົ່ງໂທລະເລກມາອວຍພອນ.

        ເນື່ອງໃນໂອກາດທ່ານ ຟ້າມມິງຈິ໊ງ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີຫວຽດນາມ, ທ່ານປະທານສະພາຕ່ຳ ອາກຊັງຕິນ Sergio Massa, ໄດ້ສົ່ງໂທລະເລກມາອວຍພອນເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ