ໂລກຕ້ອນຮັບປີໃຫມ່ 2022

(VOVWORLD) -ເຖິງວ່າໂລກລະບາດໂຄວິດ 19 ພວມຜັນແປສັບສົນ, ແຕ່ປະຊາຊົນໃນໂລກກໍ່ໄດ້ເລີ່ມຕົ້ນການເຄື່ອນໄຫວຕ້ອນຮັບປີໃຫມ່ 2022 ໃນບັນຍາກາດເບີກບານມ່ວນຊື່ນ ດ້ວຍ ຄວາມຫວັງໂລກລະບາດຈະສິ້ນສຸດໂດຍໄວ ແລະ ຊີວິດການເປັນຢູ່ຈະກັບຄືນສູ່ເປັນປົກກະຕິ. 
ໂລກຕ້ອນຮັບປີໃຫມ່ 2022 - ảnh 1ໝູ່ເກາະ Chatham ຂອງ ນິວເຊີແລນ ກ້າວເຂົ້າສູ່ປີໃຫມ່ 2022 ຢ່າງເປັນທາງການໃນເວລາ 17 ໂມງ15 ນາທີ ຂອງວັນທີ 31 ທັນວາ (ຕາມເວລາ ຫວຽດນາມ). (ພາບ: TTXVN)

ເຖິງວ່າໂລກລະບາດໂຄວິດ 19 ພວມຜັນແປສັບສົນ, ແຕ່ປະຊາຊົນໃນໂລກກໍ່ໄດ້ເລີ່ມຕົ້ນການເຄື່ອນໄຫວຕ້ອນຮັບປີໃຫມ່ 2022 ໃນບັນຍາກາດເບີກບານມ່ວນຊື່ນ ດ້ວຍຫລາຍຄວາມຫວັງໂລກລະບາດຈະສິ້ນສຸດໂດຍໄວ ແລະ ຊີວິດການເປັນຢູ່ຈະກັບຄືນສູ່ເປັນປົກກະຕິ. ການເຄືື່ອນໄຫວຕ້ອນຮັບປີໃຫມ່ 2020 ຖືກຈຳກັດຫລາຍສົມຄວນ, ເວລາ 17ໂມງ ຂອງວັນທີ 31 ທັນວາ ຕາມເວລາ ຫວຽດນາມ, ບັນດາປະເທດຢູ່ ທະວີບ ໂອເຊອານີ ຄື Samoa, Tonga, Kiribati ແມ່ນບັນດາປະເທດທຳອິດໃນໂລກກ້າວເຂົ້າສູ່ປີໃຫມ່ 2022. ຕໍ່ຈາກນັ້ນ 15ນາທີ ໝູ່ເກາະ Chatham ຢູ່ ນິວເຊີແລນ ກໍ່ກ້າວເຂົ້າສູ່ປີໃຫມ່ 2022. ເພື່ອຫລີກລ້ຽງໂລກລະບາດ, ອຳນາດການປົກຄອງນະຄອນຫລວງ Wellinhton ຂອງ ນິວເຊີແລນ ໄດ້ຕົກລົງຍົກເລີກການຍິງບັ້ງໄຟດອກຕ້ອນຮັບປີໃຫມ່. ສ່ວນຢູ່ ອົດສະຕາລີ ບັນຍາກາດຕ້ອນຮັບປີ ໃຫມ່ ແມ່ນຈັດຕັ້ງຢ່າງຟົດຟື້ນກວ່າ, ນະຄອນ Sydney ຍັງຄົງຈັດຕັ້ງການຍິງບັ້ງໄຟດອກຢູ່ເຂດທ່າກຳປັ່ນ.

ບັນດາປະເທດ ອາຊີ ຕ້ອນຮັບປີໃຫມ່ກ່ອນ ຫວຽດນາມ ນັ້ນແມ່ນ: ຍີ່ປຸ່ນ, ສເກົາຫລີ, ສປປ ເກົາຫລີ, ຕີມໍແລດສະແຕ. ຫວຽດນາມ ຕ້ອນຮັບປີໃຫມ່ ພ້ອມກັບ ໄທ, ອິນໂດເນເຊຍ, ກຳປູເຈຍ.. ຍ້ອນດ້ານທີ່ຕັ້ງດ້ານພູມສາດ, ເຂດດິນແດນຕ້ອນຮັບປີໃຫມ່ຊ້າສຸດໃນໂລກ ແມ່ນ ເກາະ Baker ແລະ  Howland, ຊື່ງແມ່ນເກາະສອງແຫ່ງຢູ່ຫ່າງໄກຝັ່ງທະເລ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ