ໂລກ​ຢັ້ງ​ຢືນ​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ກ່​ວາ 20 ລ້ານ​ຄົ​ນ

(VOVWORLD) - ອາເມລິກາຍັງຄົງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid -19 ກ່ວາ 5,19 ລ້ານຄົນ ແລະ  ກ່ວາ 165.600 ຄົນເສຍຊີວິດ. 
ໂລກ​ຢັ້ງ​ຢືນ​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ກ່​ວາ 20 ລ້ານ​ຄົ​ນ - ảnh 1ແພດໝໍນຳສົ່ງຄົນເຈັບໄປຍັງໂຮງໝໍ (ພາບ: AFP/TTXVN) 

ຕາມເວັບໄຊ Worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າວັນທີ 10 ສິງຫາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີ ຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ20.016.534 ຄົນ, ໃນນັ້ນມີ 733.607 ຄົນເສຍຊີວິດ.

ອາເມລິກາຍັງຄົງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid -19 ກ່ວາ 5,19 ລ້ານຄົນ ແລະ  ກ່ວາ 165.600 ຄົນເສຍຊີວິດ. ຖັດຈາກອາເມລິກາ ແມ່ນບຣາຊິນດ້ວຍ ຜູ້ຕິດເຊື້ອ ເປັນຈຳນວນ ກ່ວາ3 ລ້ານຄົນ ແລະ 101.000 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ