ໂລກ​ລະ​ບາດ Covid – 19: ທົ່ວ​ໂລກ​ມີ​ຜູ້​ເສຍ​ຊີ​ວິດ ກ່​ວາ 377.000 ຄົນ​ຍ້ອນ​ໂລກ​ລະ​ບາດ Covid – 19

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 8 ໂມງເຊົ້າວັນທີ 2 ມິຖຸນາ (ຕາມເວລາ ຫວຽດນາມ), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 6.365.173 ຄົນ ໃນນັ້ນມີ 377.397 ຄົນເສຍຊີວິດ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນກ່ວາ 2,9 ລ້ານຄົນ.

ອາເມລິກາຍັງແມ່ນສູນກາງແຜ່ລະບາດໂລກລະບາດ ຂອງໂລກດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 1.859.299 ຄົນ ແລະ ຜູ້ເສຍຊີວິດແມ່ນເກືອບ 107.000 ຄົນ. ຢູ່ເອີລົບ, ກະຊວງສາທາລະນະສຸກແອັດສະປາຍໃຫ້ຮູ້ວ່າປະເທດນີ້ບໍ່ມີຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດຕື່ມອີກໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ. ນີ້ແມ່ນຄັ້ງທຳອິດ ນັບແຕ່ຕົ້ນເດືອນມີນາມາຮອດປັດຈຸບັນ ແອັດສະປາຍບໍ່ມີຜູ້ຕິດເຊື້ອໃໝ່ຕື່ມອີກໃນຮອບເວລາ 24 ຊົ່ວໂມງ.

        ຢູ່ອາຊີ, ເຈົ້າໜ້າທີ່ທາງການແພດຈີນໃຫ້ຮູ້ວ່າ ໃນວັນທີ 1 ມິຖຸນາ ຈີນບໍ່ມີຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດຕື່ມອີກ. ຕາມນັ້ນແລ້ວ, ໄລ່ຮອດວັນທີ 1 ມິຖຸນາ, ຢູ່ຈີນໄດ້ປະກາດວ່າ ມີຈຳນວນຜູ້ຕິດເຊື້ອພະຍາດ Covid - 19 ທັງໝົດແມ່ນກ່ວາ 83.000 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 4.634 ຄົນ. ຢູ່ອາຟຼິກກາ, ວັນທີ 1 ມິຖຸນາ, ກະຊວງສາທາລະນະສຸກເອຢິບໄດ້ປະກາດວ່າ ປະເທດນີ້ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 1.399 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອ Covid – 19 ຢູ່ປະເທດນີ້ຂຶ້ນເປັນ 26.384 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ