ໂລ​ກ​ລະ​ບາດ Covid – 19: ມອບ​ຜ້າ​ອັດ​ປາກ - ດັງ​ 1 ແສນອັນ ໃຫ້​ແກ່​ປະ​ຊາ​ຊົນ ອິດ​ສະ​ລາ​ແອັນ

(VOVWORLD) -ຕອນບ່າຍວັນທີ 22 ກັນຍາ, ຢູ່ຮ່າໂນ້ຍ, ກຸ່ມບໍລິສັດ PSD, ເຊິ່ງແມ່ນນັກຜະລິດຜ້າອັດປາກ, ໄດ້ມອບຜ້າອັດປາກ - ດັງ 1ແສນອັນໃຫ້ແກ່ປະຊາຊົນ ອິດສະລາແອັນ. ສະຖານທູດ ອິດສະລາແອັນປະຈຳຫວຽດນາມ ໄດ້ຮັບເອົາການໜູນຊ່ວຍ ແລະ ເຈດຕະນາດີຈາກຝ່າຍຫວຽດນາມ. 
ໂລ​ກ​ລະ​ບາດ Covid – 19: ມອບ​ຜ້າ​ອັດ​ປາກ - ດັງ​ 1 ແສນອັນ ໃຫ້​ແກ່​ປະ​ຊາ​ຊົນ ອິດ​ສະ​ລາ​ແອັນ - ảnh 1ທ່ານ Nadav Eshcar ເອກອັກຄະລັດຖະທູດ ອິດສະລາແອັນປະຈຳ ຫວຽດນາມຮັບຂອງຂວັນຈາກ ກຸ່ມບໍລິສັດ PSD

ທ່ານ Nadav Eshcar ເອກອັກຄະລັດຖະທູດ ອິດສະລາແອັນປະຈຳ ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ຫວຽດນາມ, ພ້ອມທັງຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມໃນກິດຈະການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. ການເຄື່ອນໄຫວດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມສາມັກຄີ ແລະ ການຮ່ວມແຮງຮ່ວມໃຈກັຍລະຫວ່າງ ສອງປະເທດໃນໄລຍະປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດ Covid – 19, ພ້ອມທັງແມ່ນຫຼັກຖານຢັ້ງຢືນໄມຕິຈິດມິດຕະພາບ ແລະ ການພົວພັນຮ່ວມມືລະຫວ່າງ ອິດສະລາແອັນ ແລະ ຫວຽດນາມ.

ອິດສະລາແອັນພວມຜ່ານຜ່າຈຳກັດບໍລິເວນເທື່ທີ 2ຍ້ອນໂລກລະບາດ Covid – 19 ກັບມາແຜ່ລະບາດຄືນໃໝ່. ຮຽກຮ້ອງໃຫ້ປະຊາຊົນຢູ່ເຮືອນ, ມີແຕ່ອະນຸຍາດໃຫ້ອອກໄປເຮັດວຽກ ຫຼືຊື້ເຄື່ອງຂອງທີ່ຈຳເປັນເທົ່ານັ້ນ. ຄຳສັ່ງຈຳກັດບໍລິເວນແມ່ນແກ່ຍາວເປັນເວລາ 3 ອາທິດ ໃນສະພາບການ ມີ ຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກຫຼາຍຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ