ໂລກລະບາດ​ໂຄ​ວິດ - 19: ​ສະ​ເລ່ຍແຕ່​ລະ​ວັນ​​ ມີ​ຊາວ ​ຫວຽດນາມ​​ 1 ລ​້ານຄົນດາວ​ໂຫຼດ​ໂປ​ແກຼມ Bluezone ​

(VOVWORLD) -ສະເລ່ຍແຕ່ລະວັນ, ມີຊາວຫວຽດນາມເພີ່ມອີີກ 1 ລ້ານຄົນດາວໂຫຼດໂປແກຼມ Bluezone.
ໂລກລະບາດ​ໂຄ​ວິດ - 19: ​ສະ​ເລ່ຍແຕ່​ລະ​ວັນ​​ ມີ​ຊາວ ​ຫວຽດນາມ​​ 1 ລ​້ານຄົນດາວ​ໂຫຼດ​ໂປ​ແກຼມ Bluezone ​ - ảnh 1ດາວໂຫຼດໂປແກຼມ Bluezone (ພາບ: TTXVN) 

ຕາມການສະຖິຕິຂອງ Google Trends ກ່ຽວກັບທ່າອ່ຽງຂອງຜູ້ນໍາໃຊ້ ອິນເຕີແນັດ ຢູ່ຫວຽດນາມ ໄດ້ຊີ້ໃຫ້ເຫັນວ່າ ໂປແກຼມ Bluezone ສືບປະຫວັດ ແລະ ບອກເຕືອນຄວາມສ່ຽງສໍາຜັດກັບຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນໜຶ່ງໃນບັນດາເຄື່ອງມືທີ່ມີຈໍານວນຜູ້ຄົ້ນຫາຫຼາຍທີ່ສຸດໃນສັບປະດາທໍາອິດຂອງເດືອນ ສິງຫາ 2020. ຕາມການສະຖິຕິຂອງກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ແລ້ວ, ໄລ່ຮອດເວລາ 11 ໂມງ ຂອງວັນທີ 11 ສິງຫາ, ຈໍານວນຜູ້ດາວໂຫຼດໂປແກຼມ Bluezone ບັນລຸ 15,7 ລ້ານເທື່ອ, ເພີ່ມຂຶ້ນ 15,5 ລ້ານເທື່ອ ເມື່ອທຽບໃສ່ວັນທີ 25 ກໍລະກົດ.

        ເປັນອັນວ່າ ສະເລ່ຍແຕ່ລະວັນມີຊາວຫວຽດນາມເພີ່ມອີີກ 1 ລ້ານຄົນດາວໂຫຼດໂປແກຼມ Bluezone.

ຕອບກັບ

ຂ່າວ/ບົດ​ອື່ນ