ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເຮັດ​ໃຫ້ຫຼາຍກວ່າ 3,28 ລ້ານຄົນ ເສຍ​ຊີ​ວິດ

(VOVWORLD) -ຕາມເວັບໄຊສະຖິຕິ worldmeters.info  ແລ້ວ, ໄລ່ຮອດເວລາ 1 ໂມງ ຂອງວັນທີ 8 ພຶດສະພາ (ຕາມເວລາ UTC) ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 157.526.743 ຄົນ, ໃນນັ້ນ ມີຫຼາຍກວ່າ 3,28 ລ້ານຄົນ ເສຍຊີວິດ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີແລ້ວແມ່ນຫຼາຍກວ່າ 134,7 ລ້ານຄົນ.
ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເຮັດ​ໃຫ້ຫຼາຍກວ່າ 3,28 ລ້ານຄົນ ເສຍ​ຊີ​ວິດ - ảnh 1(ພາບ: TTXVN)

ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດແມ່ນ 594.909 ຄົນ ໃນຈໍານວນຜູ້ຕິດເຊື້ອທັງໝົດຫຼາຍກວ່າ 33,4 ລ້ານຄົນ. ອິນເດຍ ຢືນອັນດັບທີ 2 ໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 21,8 ລ້ານຄົນ, ແຕ່ເປັນປະເທດຢືນອັນດັບທີ 3 ໃນໂລກ ກ່ຽວກັບຈໍານວນຜູ້ເສຍຊີວິດ (ດ້ວຍ 238.265 ຄົນ). ບຣາຊິນ ມີຜູ້ຕິດເຊື້ອຫຼາຍກວ່າ 15 ລ້ານຄົນ ແລະ 419.393 ຄົນໄດ້ເສຍຊີວິດ, ຊື່ງປະເທດ ຢືນອັນດັບທີ 3 ໃນໂລກ ກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະ ຢືນອັນດັບທີ 2 ໃນໂລກ ກ່ຽວກັບຈຳນວນຜູ້ເສຍຊີວິດ.

ສ່ວນສະເພາະ ຢູ່ ຫວຽດນາມ, ຂ່າວເມື່ອຕອນເຊົ້າ ວັນທີ 8 ພຶດສະພາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 18 ໂມງຂອງວັນທີ 7 ພຶດສະພາ ຫາເວລາ 6 ໂມງຂອງວັນທີ 8 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 15 ກໍລະນີ. ບັນດາກໍລະນີທັງໝົດເຫຼົ່ານັ້ນ ແມ່ນຜູ້ຕິດເຊື້ອພາຍໃນປະເທດ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ ຫວຽດນາມ ລວມທັງໝົດເປັນ 3.152 ກໍລະນີ, ໃນນັ້ນ ມີ 2.560 ກໍລະນີ ໄດ້ຮັບການປິ່ນປົວຫາຍດີ ແລະ 35 ກໍລະນີ ເສຍຊີວິດ./. 

ຕອບກັບ

ຂ່າວ/ບົດ​ອື່ນ