ໂລກລະບາດໂຄວິດ-19: ເກືອບ 5,4 ລ້ານຄົນໃນໂລກຕິດເຊື້ອ

(VOVWORLD) -  ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດ 8 ໂມງວັນທີ 24 ພຶດສະພາ (ຕາມເວລາ ຫວຽດນາມ), ໂລກໄດ້ຮັບຮູ້ລວມມີ 5.401.222 ກໍລະນີຕິດໄວຣັດ SARS-CoV-2, ໃນນັ້ນ ມີ 343.799 ກໍລະນີເສຍຊີວິດ. 

ຈຳນວນກໍລະນີໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນປັດຈຸບັນແມ່ນ 2.247.109 ກໍລະນີ ແລະ ຍັງມີ 53.592 ກໍລະນີມີອາການໜັກ.

ໂລກລະບາດໂຄວິດ-19: ເກືອບ 5,4 ລ້ານຄົນໃນໂລກຕິດເຊື້ອ - ảnh 1 (ພາບປະກອບ/TTXVN)

ດ້ວຍປະມານ 22.000 ກໍລະນີຕິດເຊື້ອໃໝ່ໃນ 1 ມື້ຜ່ານມາ, ຍອດຈຳນວນກໍລະນີຕິດເຊື້ອໂຄວິດ-19 ຢູ່ ອາເມລິກາ ແມ່ນ 1.666.828 ກໍລະນີ, ໃນນັ້ນ, ຈຳນວນກໍລະນີເສຍຊີວິດແມ່ນ 98.683 ກໍລະນີ, ເພີ່ມຂຶ້ນ 1.127 ກໍລະນີ ເມື່ອທຽບໃສ່ຕົວເລກສະຖິຕິຂອງມື້ວານນີ້. ຖັດຈາກ ອາເມລິກາ ແມ່ນ ບຣາຊິນ, ລັດເຊຍ, ແອັດສະປາຍ ແລະ ອັງກິດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ