ໂອ້ລົມສົນທະນາ ກ່ຽວກັບນະໂຍບາຍ, ກົດໝາຍທີ່ມີຕໍ່ ຊາວໜຸ່ມ

ໂອ້ລົມສົນທະນາ ກ່ຽວກັບນະໂຍບາຍ, ກົດໝາຍທີ່ມີຕໍ່ ຊາວໜຸ່ມ - ảnh 1
(ພາບ​ປະກອບ)


Vovworld- ຕອນ​ເຊົ້າ​ວັນ​ທີ 3/11, ຢູ່​ຮ່າ​ໂນ້ຍ, ກະຊວງ​ພາຍ​ໃນ​ ​ໄດ້​ສົມທົບກັບກະຊວງຍຸຕິທຳຫວຽດນາມ ຈັດການໂອ້ລົມສົນທະນາກ່ຽວກັບ ນະໂຍບາຍ, ກົດໝາຍ​ທີ່​ມີ​ຕໍ່​ຊາວ​ໜຸ່ມ​ເພື່ອ​ເປັນ​ພື້ນຖານ​ປັບປຸງ​ເພີ່ມ​ເຕີມ​ກົດໝາຍ​ວ່າ​ດ້ວຍ​ຊາວ​ໜຸ່ມ​ປີ 2005. ບັນດາ​ຜູ້​ເຂົ້າ​ຮ່ວມການໂອ້ລົມສົນທະນາ​ໄດ້​ສຸມ​ໃສ່​ປຶກສາ​ຫາລື, ຕີ​ລາຄາ​ສະພາບ​ຕົວ​ຈິງ, ຂໍ້​ຈຳກັດ, ບັນດາ​ວິທີ​ການ​ແກ້​ໄຂ ກໍ​ຄື​ບັນດາ​ຂໍ້​ສະ​ເໜີກ່ຽວ​ກັບ​ການ​ປະຕິບັດ ນະໂຍບາຍ, ກົດໝາຍ​ທີ່​ມີ​ຕໍ່​ຊາວ​ໜຸ່ມ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ຄື : ຍົກ​ສູງ​ຄວາມ​ຮັບຮູ້ຂອງ​ບາງ​ຄະນະ​ພັກ, ການ​ນຳ​ທ້ອງ​ຖິ່ນ ກ່ຽວ​ກັບ​ທີ່​ຕັ້ງ​ບົດບາດ​ຂອງ​ຊາວ​ໜຸ່ມ ​ແລະ ວຽກ​ງານ​ເຜີຍ​ແຜ່, ສຶກສາ​ອົບຮົມ​ດ້ານ​ກົດໝາຍ​ໃຫ້​ແກ່​ຊາວ​ໜຸ່ມ. ບັນດາ​ການ​ເຄື່ອນ​ໄຫວ​ເຜີຍ​ແຜ່, ສຶກສາ​ອົບຮົມ​ດ້ານ​ກົດໝາຍ​ໃຫ້​ແກ່​ຊາວ​ໜຸ່ມຄວນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເປັນ​ປະຈຳ, ມີ​ແຜນການ ​ແລະ ມີ​ຈຸດປະສົງ. ວຽກ​ງານ​ເຜີຍ​ແຜ່, ສຶກສາ​ອົບຮົມ​ດ້ານ​ກົດໝາຍ​ໃຫ້​ແກ່​ຊາວ​ໜຸ່ມຄວນ​ໃກ້​ຊິດ​ຕິດ​ແທດ​ບັນດາ​ເນື້ອ​ໃນ ​ແລະ ໜ້າ​ທີ່​ຂອງ​ແຜນ​ແມ່​ບົດ “ ​ເພີ່ມ​ທະວີ ວຽກ​ງານ​ເຜີຍ​ແຜ່, ສຶກສາ​ອົບຮົມ​ດ້ານ​ກົດໝາຍ​​ແນ​ໃສ່​ຍົກ​ສູງ​ສະຕິ​ການ​ປະຕິບັດ​ກົດໝາຍໃຫ້​ແກ່​ຊາວ​ໜຸ່ມ​ໄລຍະ 2011-2015 ຂອງ​ນາຍົກລັດຖະມົນຕີ.

 

 

ຂ່າວ/ບົດ​ອື່ນ