ໂອ້ລົມສົນທະນາກ່ຽວກັບສັນຍາ EVFTA ແລະ IPA

(VOVWORLD) -ພາຍຫຼັງຫວຽດນາມ ແລະ ສະຫະພາບເອີລົບ (EU) ລົງນາມໃນສັນຍາ 2 ສະບັບຄື ສັນຍາການຄ້າເສລີ ແລະ ສັນຍາອາລັກຂາການລົງທຶນ ໃນຕອນບ່າຍວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ ນັ້ນ.

ວັນທີ 01 ກໍລະກົດ ແມ່ນຈະດຳເນີນການໂອ້ລົມສົນທະນາ 2 ຄັ້ງກ່ຽວກັບສັນຍາ 2 ສະບັບດັ່ງກ່າວ.

        ການໂອ້ລົມສົນທະນາຄັ້ງທຳອິດດຳເນີນໃນເວລາ 8 ໂມງ 30 ນາທີ, ພາຍໃຕ້ການເປັນປະທານຂອງທ່ານ ເຈິ່ງຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າ, ທ່ານນາງ Cecilia Malmstrom, ຂ້າຫຼວງໃຫຍ່ການຄ້າ EU ແລະ ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI). ໃນເວລາ 13 ໂມງ ແມ່ນຈະເລີ່ມດຳເນີນການໂອ້ລົມສົນທະນາໃນຕອນບ່າຍ, ດ້ວຍບັນດາການແລກປ່ຽນລະອຽດກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຈາກສັນຍາການຄ້າເສລີສຳລັບປະຊາຄົມວິສາຫະກິດຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ