ໂຮງ​ງານໄຟ​ຟ້າໃຊ້​ພະ​ລັງ​ຄວາມ​ຮ້ອນ ຫວູງອ໊າງ ຜະ​ລິດໄຟ​ຟ້າ​ໄດ້ 6,5 ຕື້ Kwh

(VOVWORLD) -ປີ 2020, ໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ ຫວູງອ໊າງ 1 (ຮ່າຕິງ) ຍັງຜະລິດໄດ້ເກືອບ 6,5 ຕື້ Kwh.
ໂຮງ​ງານໄຟ​ຟ້າໃຊ້​ພະ​ລັງ​ຄວາມ​ຮ້ອນ ຫວູງອ໊າງ ຜະ​ລິດໄຟ​ຟ້າ​ໄດ້ 6,5 ຕື້ Kwh  - ảnh 1ໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ ຫວູງອ໊າງ 1

ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍຕາມ, ແຕ່ປີ 2020, ໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ ຫວູງອ໊າງ 1 (ຮ່າຕິງ) ຍັງຜະລິດໄດ້ເກືອບ 6,5 ຕື້ Kwh. ນີ້ແມ່ນປະລິມານຜະລິດໄຟຟ້າສູງສຸດ ນັບແຕ່ເມື່ອໂຮງງານດັ່ງກ່າວ ນຳເຂົ້າເຄື່ອນໄຫວ ແຕ່ປີ 2015 ມາຮອດປັດຈຸບັນ. ຜ່ານນັ້ນ, ຊ່ວຍໃຫ້ໂຮງງານມີລາຍຮັບບັນລຸ 10.116 ຕື້ ດົ່ງ, ປະກອບໃສ່ງົບປະມານ 415 ຕື້ ດົ່ງ. ທ່ານ ໂງວັນຈ໊ຽນ, ຜູ້ອຳນວຍການໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ ຫວູງອ໊າງ 1 ໃຫ້ຮູ້ວ່າ:

“ໂດຍສືບຕໍ່ທ່ວງທ່າຂອງປີ 2020, ມາດຕະການທຳອິດຂອງໂຮງງານໃນປີ 2021 ແມ່ນ ຂົນສົ່ງຢ່າງມີປະສິດທິພາບ, ຕອບສະໜອງໄດ້ບັນດາຄຳຮຽກຮ້ອງກ່ຽວກັບສະພາບແວດລ້ອມ ແລະ ກຽມພ້ອມເຄື່ອງຈັກທີ່ຈະເຄື່ອນໄຫວໃນສະມັດຕະພາບສູງສຸດ. ພ້ອມກັນນັ້ນ ແມ່ນສຸມໃສ່ປັບປຸງດ້ານເຕັກນິກ ເພື່ອເພີ່ມກຳລັງການຜະລິດຂອງບັນດາໜ່ວຍເຄື່ອງຈັກ, ຫຼຸດຜ່ອນການສິ້ນເປືອງຖ່ານຫີນ.


ຕອບກັບ

ຂ່າວ/ບົດ​ອື່ນ