ໃນ 24 ຊົ່ວ​ໂມງ​ຜ່າ​ນ​ມາ, ທົ່ວ​ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຕື່ມ​ອີກ​ເກືອບ 600.000 ຄົນ

(VOVWORLD) -ໄລ່ຮອດເວລາ 1 ໂມງ 30 ນາທີ ຂອງວັນທີ 11 ພຶດສະພາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 518,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 6,3 ລ້ານຄົນ.
ໃນ 24 ຊົ່ວ​ໂມງ​ຜ່າ​ນ​ມາ, ທົ່ວ​ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຕື່ມ​ອີກ​ເກືອບ 600.000 ຄົນ - ảnh 1ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ໄທ (ພາບ: TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ ຂອງວັນທີ 11 ພຶດສະພາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 518,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 6,3 ລ້ານຄົນ.

ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກເກືອບ 600.000 ຄົນ ແລະ ມີຜູ້ເສຍຊີວິດເກືອບ 1.700 ຄົນ. ເຢຍລະມັນ ແມ່ນປະເທດມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຫຼາຍທີ່ສຸດໃນໂລກ, ດ້ວຍຈຳນວນ 104.449 ຄົນ, ໃນນັ້ນ, ອາເມລິກາ ຢັ້ງຢືນມີຜູ້ເສຍຊີວິດໃໝ່ຫຼາຍທີ່ສຸດ, ດ້ວຍ 279 ຄົນ. ມາຮອດປັດຈຸບັນ, ອາເມລິກາ ຍັງຄົງແມ່ນປະເທດຮັບຜົນກະທົບຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດດັ່ງກ່າວ, ໂດຍຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດເກືອບ 84 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 1 ລ້ານຄົນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ