ໃນ 7 ເດືອນ​ຜ່ານ​ມາ, ຕວັກ​ກີ ກອບ​ກູ້​ຊາວ​ອົບ​ພະ​ຍົບ​ຜິດ​ກົດ​ໝາຍກວ່າ 11.000 ຄົນ ຢູ່​ທະ​ເລ Aegea

(VOVWORLD) -ໃນ 7 ເດືອນຜ່ານມາ ກອງບັນຊາການກຳລັງປ້ອງກັນຝັ່ງທະເລ ຕວັກກີ ໄດ້ກອບກູ້ຊາວອົບພະຍົບຜິດກົດໝາຍຢູ່ທະເລ Aegea ກວ່າ 11.000 ເທື່ອຄົນ. 
ໃນ 7 ເດືອນ​ຜ່ານ​ມາ, ຕວັກ​ກີ ກອບ​ກູ້​ຊາວ​ອົບ​ພະ​ຍົບ​ຜິດ​ກົດ​ໝາຍກວ່າ 11.000 ຄົນ ຢູ່​ທະ​ເລ Aegea - ảnh 1ຊາວ ອາບການິດສະຖານ ຂ້າມທະເລ Aegea ເພື່ອອົບພະຍົບໄປເກາະ Lesbos ຂອງ ເກຼັກ (ພາບ: Getty Images/TTXVN)

ຕາມຂໍ້ມູນໃນເວັບໄຊຂອງກອງບັນຊາການກຳລັງປ້ອງກັນຝັ່ງທະເລ ຕວັກກີ ໃຫ້ຮູ້ວ່າ ໃນ 7 ເດືອນຜ່ານມາ ກຳລັງດັ່ງກ່າວໄດ້ກອບກູ້ຊາວອົບພະຍົບຜິດກົດໝາຍຢູ່ທະເລ Aegea ກວ່າ 11.000 ເທື່ອຄົນ. ໃນນັ້ນ ຈຳນວນຄົນດັ່ງກ່າວ ມີເກືອບ 10.000 ຄົນ ຖືກຳລັງປ້ອງກັນຝັ່ງທະເລ ເກຼັກ ສະກັດກັ້ນ ແລະ ຮຽກຮ້ອງໃຫ້ກັບຄືນເຂດນ່ານທະເລ ຕວັກກີ. ຈຳນວນທີ່ຍັງເຫຼືອ ຖືກຕິດຄ້າງຢູ່ເຂດທະເລດັ່ງກ່າວຍ້ອນຫຼາຍສາຍເຫດ.

ຕວັກກີ ແມ່ນຈຸດທາງຜ່ານສຳຄັນຂອງຊາວລີ້ໄພທີ່ຢາກໄປຍັງ ເອີຣົບ ເພື່ອສ້າງຊີວິດໃໝ່, ພິເສດແມ່ນບຸກຄົນທີ່ຫຼົບໜີຈາກການປະທະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ