ໃນ24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ຫຼາຍກ່ວາ 14.800 ຄົນ ແລະ ມີຄົນເຈັບ 11.300 ຄົນ ໄດ້ຮັບການປິ່ນປົວຫາຍດີ

(VOVWORLD) -ນັບແຕ່ເວລາ 16 ໂມງຂອງວັນທີ 26 ທັນວາ ຫາ ເວລາ 16 ໂມງຂອງວັນທີ 27 ທັນວາ,  ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 14.872  ຄົນ, ໃນນັ້ນ ມີ 5 ກໍລະນີມາຈາກຕ່າງປະເທດ. ເປັນອັນວ່າ ມາຮອດປະຈຸບັນ, ຫວຽດນາມມີຜູ້ຕິດເຊື້ອ ໂຄວິດ-19 ລວມທັງໝົດ 1.666.545   ຄົນ
ໃນ24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ຫຼາຍກ່ວາ 14.800 ຄົນ ແລະ ມີຄົນເຈັບ 11.300 ຄົນ ໄດ້ຮັບການປິ່ນປົວຫາຍດີ - ảnh 1ພາບປະກອບ

     ວັນທີ 27 ທັນວາ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ  11.374 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 1.259.614 ຄົນ. ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອຖືກເສຍຊີວິດ 204 ຄົນ , ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຖືກເສຍຊີວິດ ຂຶ້ນເປັນ 31.418 ຄົນ

    ໄລ່ຮອດຕອນແລງວັນທີ 22 ທັນວາ, ຫວຽດນາມ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ 146.335.052  ໂດສ, ໃນນັ້ນສັກເຂັມທີສອງແມ່ນ 66.402.056 ໂດສ , ສັກເຂັມທີສາມ ແມ່ນ 2.794.380 ໂດສ.

     ປະຈຸບັນອັດຕາການສັກວັກຊິນຢ່າງໜ້ອຍ 1 ເຂັມ ແມ່ນ 98,8% ແລະ ອັດຕາການສັກວັກຊີນ 2 ເຂັມແມ່ນ 87,9% ຈຳນວນປະຊາກອນໄວ 18 ປີຂຶ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ