ໄຂ “ສັບ​ປະ​ດາ​ເຄື​່ອງ​ໝາຍແຫ່ງ​ຊາດ 2021”

(VOVWORLD) -“ສັບປະດາເຄື່ອງໝາຍແຫ່ງຊາດ 2021” ໄດ້ໄຂຂຶ້ນໃນວັນທ 19 ເມສາ, ຢູ່ນະຄອນໂຮ່ຈີມິນ. ເຫດການເພື່ອແນໃສ່ເພີ່ມທະວີການຮັບຮູ້ເຄື່ອງໝາຍແຫ່ງຊາດ ແລະ ໂຄສະນາຜະລິດຕະພັນທີ່ບັນລຸ ເຄື່ອງໝາຍແຫ່ງຊາດ ເຊິ່ງໄດ້ຮັບການຮັບຮອງເອົາຈາກ ລັດຖະບານ ໄປຍັງວົງຄະນາຍາດສັງຄົມ ທັງຢູ່ພາຍໃນ ແລະ ຕ່າງປະເທດ.
ໄຂ “ສັບ​ປະ​ດາ​ເຄື​່ອງ​ໝາຍແຫ່ງ​ຊາດ 2021” - ảnh 1ບັນດາຜູ້ແທນກົດປຸ້ນໄຂ “ສັບປະດາເຄື່ອງໝາຍ ແຫ່ງຊາດ 2021”  (ພາບ: TTXVN)

ໃນຂອບເຂດ “ສັບປະດາເຄື່ອງໝາຍ ແຫ່ງຊາດ 2021” ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 19 – 25 ເມສາ, ມີບັນດາການເຄື່ອນໄຫວສື່ສານມວນຊົນ, ໂຄສະນາກາງເວັນ, ແຂວນຄຳຂວັນ…ບົນຖະໜົນຫົນທາງ ຢູ່ບັນດາແຂວງ, ນະຄອນເກືອບທັງໝົດ ໃນທົ່ວປະເທດ. ໄປຄຽງຄູ່ກັນນັ້ນ, ມີຫຼາຍເວທີປາໄສ, ກອງປະຊຸມສຳມະນາຄື “ເວທີປາໄສເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ 2021”ຢູ່ນະຄອນໂຮ່ຈີມິນ, “ກອງປະຊຸມສຳມະນາຍາດແຍ່ງໄມ້ງັດເຄື່ອງໝາຍແຫ່ງຊາດ ຫວຽດນາມ - ຍົກສູງລະດັບເຄື່ອງໝາຍຜະລິດຕະພັນ ຫວຽດນາມ” ຢູ່ຮ່າໂນ້ຍ…

ຜ່ານບັນດາລາຍການກະທຳຢ່າງລະອຽດ, “ສັບປະດາເຄື່ອງໝາຍ ແຫ່ງຊາດ 2021” ຫວັງວ່າຈະປະກອບສ່ວນເຂົ້າການສ້າງພາບພົດຂອງ ຫວຽດນາມ ແມ່ນປະເທດທີ່ມີອິດທິພົນຊື່ສຽງ ກ່ຽວກັບສິນຄ້າ ແລະ ການບໍລິການດ້ວຍຄຸນນະພາບສູງ, ຊຸກຍູ້ການພັດທະນາການຄ້າຕ່າງປະເທດ ແລະ ຍົກສູງກຳລັງຄວາມແກ້ງແຍ່ງແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ