ໄຂກອງປະຊຸມຄັ້ງທີ 17 ຂອງສປຊກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ.

ວັນ ທີ 28/11, ບັນດາ ຜູ້ ແທນ ມາ ຈາກ ກວ່າ 190 ປະ ເທດ ຢູ່ ໃນ ໂລກ ໄດ້ ເດີນທາງ ເຖິງ Durban ປະ ເທດ ອາ ຟຼິກາ ໃຕ້ ເພື່ອ ເຂົ້າ ຮ່ວມ ພິທີ ໄຂ ກອງ ປະຊຸມ ຄັ້ງ ທີ 17 ຂອງ ສປຊ ກ່ຽວ ກັບ ການ ປ່ຽນ ແປງ ຂອງ ດິນ ຟ້າ ອາກາດ. ກອງ ປະຊຸມ ຄັ້ງ ນີ້ ໄດ້ສຸມ ໃສ່ປຶກສາ ຫາລື ກ່ຽວ ກັບ ການ ສ້າງ ຂໍ້ ຕົກລົງ ມີ ຄວາມ ເປັນ ໄປ ເພື່ອ ຫລຸດຜ່ອນ ອາຍ ເສຍ carbon ພ້ອມ ທັງ ປຶກສາ ຫາລື ກ່ຽບກັບ ວຽກ ງານ ຄວນ ເຮັດ ພາຍຫລັງ ອະນຸ ສັນຍາ Kyoto ປີ 2007 ໝົດ ການ ກຳນົດ ເວລາ ໃນ ທ້າຍ ປີ 2012 ຊຶ່ງ ຕາມ ອະນຸ ສັນຍາສະບັບ ນີ້ ບັນດາ ພື້ນຖານ ເສດຖະກິດ ອຸດສາຫະກຳ ພັດທະນາ ຕ້ອງ ຫລຸດຜ່ອນ ການລະບາຍອາຍພິດ ເຮືອນ ແກ້ວ. ໂລກ ພວມ ບໍ່ ມີ ທາງ ອອກ ເມື່ອ ອະນຸ ສັນຍາ Kyoto ຈະ ໝົດ ຜົນ ສັກສິດ ເມື່ອ ປີ 2012. /.

ຕອບກັບ

ຂ່າວ/ບົດ​ອື່ນ