ໄຂ​ກອງ​ປະ​ຊຸມຈັດ​ກຽມ​ໃຫ້ກອງ​ປະ​ຊຸມ​ສຸດຍອດ​ລະ​ບົບ ສະ​ບຽງ​ອາ​ຫານ​ທົ່ວ​ໂລກ

(VOVWORLD) -ກອງປະຊຸມມີການເຂົ້າຮ່ວມໂດຍກົງຂອງ ທ່ານ Amina J. Mohammed ຮອງເລຂາທິການໃຫຍ່ ສປຊ , ທ່ານ Mario Draghi ນາຍົກລັດຖະມົນຕີ ອີຕາລີ ແລະ ຜູ້ແທນປະມານ 500 ທ່ານ ທີ່ມາຈາກບັນດາປະເທດ, ອົງການຈັດຕັ້ງສາກົນ...ໃນທົ່ວໂລກ. 
ໄຂ​ກອງ​ປະ​ຊຸມຈັດ​ກຽມ​ໃຫ້ກອງ​ປະ​ຊຸມ​ສຸດຍອດ​ລະ​ບົບ ສະ​ບຽງ​ອາ​ຫານ​ທົ່ວ​ໂລກ - ảnh 1ທ່ານ ເລຂາທິການໃຫຍ່ Antonio Guterres ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 26 ກໍລະກົດ, ກອງປະຊຸມຈັດກຽມໃຫ້ ກອງປະຊຸມສຸດຍອດລະບົບ ສະບຽງອາຫານທົ່ວໂລກ ໄດ້ຮັບການໄຂຂຶ້ນຢູ່ ສຳນັກງານອົງການອາຫານ ແລະ ການກະເສດ ສປຊ (FAO) ຢູ່ນະຄອນ Rome, ອີຕາລີ ຕາມຮູບການທາງອອນລາຍ ແລະ ໂດຍກົງ. ໂດຍໄດ້ດຳເນີນໃນລະຫວ່າງວັນທີ 26 – 28 ກໍລະກົດ, ເຫດການນີ້ ແມ່ນບາດກ້າວກະກຽມໃຫ້ແກ່ກອງປະຊຸມສຸດຍອດຢ່າງເປັນທາງການ, ຄາດວ່າ ຈະໄດ້ຈັດຂຶ້ນຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ ໃນເດືອນກັນຍາ ຈະມາເຖິງ. ກອງປະຊຸມໂດຍແມ່ນ ສປຊ ສົມທົບກັບລັດຖະບານ ອີຕາລີ, ເຊິ່ງປັດຈຸບັນ ແມ່ນປະທານກຸ່ມບັນດາພື້ນຖານພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ຈັດຕັ້ງ.

ກອງປະຊຸມມີການເຂົ້າຮ່ວມໂດຍກົງຂອງ ທ່ານ Amina J. Mohammed ຮອງເລຂາທິການໃຫຍ່ ສປຊ , ທ່ານ Mario Draghi ນາຍົກລັດຖະມົນຕີ ອີຕາລີ ແລະ ຜູ້ແທນປະມານ 500 ທ່ານ ທີ່ມາຈາກບັນດາປະເທດ, ອົງການຈັດຕັ້ງສາກົນ...ໃນທົ່ວໂລກ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ຈະເຂົ້າຮ່ວມຜ່ານທາງອອນລາຍ ແລະ ມີບົດກ່າວປາໄສຢູ່ວາລະປຶກສາຫາລື ໂຕະມົນໃນຂອບເຂດກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ