ໄຂກອງປະຊຸມປະຈໍາປີຂອງ IMF ແລະ WB ຢູ່ ອິນໂດເນເຊຍ

(VOVWORLD) -ວັນທີ 8 ຕຸລາ, ກອງປະຊຸມປະຈໍາປີຂອງ ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ໄດ້ໄຂຂຶ້ນຢູ່ ເກາະ Bali, ອິນໂດເນເຊຍ ແລະ ຈະແກ່ຍາວຮອດວັນທີ 14 ຕຸລາ. ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງການນໍາບັນດາທະນາຄານສູນກາງ, ບັນດາກະຊວງການເງິນ ພ້ອມດ້ວຍການນໍາບັນດາວິສາຫະກິດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສັງຄົມພົນລະເຮືອນ ແລະ ນັກຮຽນຮູ້ຈາກ 189 ປະເທດສະມາຊິກ IMF ແລະ WB.

ໃນຂອບເຂດກອງປະຊຸມ, ບັນດາຜູ້ແທນຈະສຸມໃສ່ປຶກສາຫາລືບັນດາບັນຫາເສດຖະກິດທົ່ວໂລກ ຄື ການຂາດດຸນການຄ້າ, ຄວາມເໜັງຕິງຂອງຕະຫຼາດການເງິນ, ຄວາມຂາດຄວາສະເໝີພາບ, ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດ ແລະ ປະສິດທິຜົນຂອງການຊ່ວຍເຫຼືອ, ມອບສິດໃຫ້ແກ່ແມ່ຍິງ ກໍຄືບັນດາຂໍ້ລິເລີ່ມຍົກສູງຄວາມເຊື່ອໝັ້ນເຂົ້າໃນລະບົບຫຼາຍຝ່າຍ.

        ດ້ວຍບົດບາດເປັນປະເທດເຈົ້າພາບຂອງກອງປະຊຸມຄັ້ງນີ້, ອິນໂດເນເຊຍ ກໍານົດວ່າ ນີ້ແມ່ນໜຶ່ງໃນບັນດາວຽກງານຈຸດສຸມຂອງວຽກງານການຕ່າງປະເທດ ປີ 2018, ພ້ອມທັງປາດຖະໜາວ່າ ນີ້ຈະແມ່ນໂອກາດໃຫຍ່ ເພື່ອແນະນໍາບັນດາຜົນງານເສດຖະກິດ, ສັງຄົມຂອງຕົນດ້ວຍທີ່ຕັ້ງ ແມ່ນພື້ນຖານເສດຖະກິດໃຫຍ່ທີ່ສຸດ ອາຊຽນ ແລະຮຽກຮ້ອງບັນດານັກລົງທຶນຕ່າງປະເທດ ສືບຕໍ່ລົງທຶນເງິນເຂົ້າ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ