ໄຂກອງປະຊຸມລັດຖະມົນຕີສິ່ງແວດລ້ອມG7ຢູ່ຍີ່ປຸ່ນ

ໄຂກອງປະຊຸມລັດຖະມົນຕີສິ່ງແວດລ້ອມG7ຢູ່ຍີ່ປຸ່ນ - ảnh 1
ນະ​ຄອນToyama ບ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ
ພາບ:baotintuc

(vovworld)- ​ ​ວັນ​ທີ 15/5, ບັນ​ດາ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ພ້ອມ​ກັບ​ຜູ້​ຕາງ​ຫນ້າ​ກຸ່ມ​ບັນ​ດາ​ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ (G7) ໄດ້​ເລີ່ມ​ຕົ້ນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ G7 ໃນ​ເວ​ລາ 2 ວັນ ຢູ່ ນະ​ຄອນ Toyama ຂອງ​ຍິ່​ປຸ່ນ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ ຍີ່​ປຸ່ນ  Tamayo Marukawaໄດ້​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ G7 ຕ້ອງ​ສືບ​ຕໍ່​ຮ່ວມ​ມື​ນຳ​ກັນ​ມຸ່ງ​ໄປ​ເຖິງ “ສັງ​ຄົມ​ໝັ້ນ​ຄົງ”. ຄາດ​ວ່າ​ໃນ​ມື້​ທຳ​ອິດ​ຂອງກອງ​ປະ​ຊຸມ, ບັນ​ດາ​ບັນ​ຫາ​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື ລວມ​ມີ ບັນ​ດາ​ຄວາມ​ຄື​ບ​ຫນ້າ​ທີ່​ບັນ​ລຸ​ໄດ້​ໂດຍ​ອີງ​ໃສ່​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍື່ນ​ຍົງ​ຂອງ ສ​ປ​ຊ ຄື: ການ​ຫລຸດ​ຜ່ອນ​ຄວາມ​ອຶດ​ຫຶວ​ທຸກ​ຍາກ, ຫລຸດ​ຜ່ອນ ແລະ​ຜະ​ລິດ​ສິ່ງ​ເສດ​ເຫລືອ​ຄືນ​ໃຫມ່. ວັນ​ທີ16/5 ຈະ​ດຳ​ເນີນ​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ໃນ​ນັ້ນ ບັນ​ດາ​ລັດ​ຖະ​ມົນ​ຕີ ຄາດ​ວ່າ​ຈະ​ຊຸກ​ຍູ້​ຜັນ​ຂະ​ຫຍາຍ​ສັນ​ຍາ ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໂດຍ​ໄວ. ເຫດ​ການ​ດັ່ງ​ກ່າວ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ກ່ອນ​ທີ່ກອ​ງ​ປະ​ຊຸມ​ສຸດຍອດ G7 ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 26-27/5 ຈະ​ມາ​ເຖິງ ຢູ່ ແຂວງ Mie ພາກ​ກາງ ຍີ່​ປຸ່ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ