ໄຂ​ກອງ​ປະຊຸມວົງ​ແຄບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດບັນດາ​ປະ​ເທດ​ ອາຊຽນ

(VOVWORLD) -  ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ (ADMM) ໄດ້ໄຂຂຶ້ນໃນວັນທີ 18 ກຸມພາຢູ່ຮ່າໂນ້ຍ. ນີ້ແມ່ນເຫດການເປີດສາກໃຫ້ແກ່ບັນດາການເຄື່ອນໄຫວ, ກອງປະຊຸມປ້ອງກັນປະເທດ - ການທະຫານ ອາຊຽນ ຂັ້ນລັດຖະມົນຕີ ໂດຍກະຊວງປ້ອງກັນປະເທດ ຫວຽດນາມ ເປັນເຈົ້າພາບ ຈັດຂຶ້ນໃນປີເປັນປະທານ ອາຊຽນ 2020 ຂອງຫວຽດນາມ.
ໄຂ​ກອງ​ປະຊຸມວົງ​ແຄບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດບັນດາ​ປະ​ເທດ​ ອາຊຽນ - ảnh 1 ທ່ານຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວັນລິກ ຮັບຕໍາແໜ່ງເປັນປະທານ ກອງປະຊຸມ  ADMM ແລະ ADMM+

       ທ່ານພົນຕີ ເລຮຸຍວິ້ງ ຮອງຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນຫວຽດນາມ ເນ້ັນໜັກວ່າ:

        “ກອງປະຊຸມ ADMM ວົງແຄບ ຄັ້ງນີ້ ມີທີ່ຕັ້ງ, ບົດບາດສໍາຄັນພິເສດ. ກອງປະຊຸມນີ້ ແມ່ນເວທີ ເພື່ອໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ດໍາເນີນການປຶກສາຫາລືກ່ຽວກັບບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດ ໃນປີ 2020, ກໍານົດທິດການຮ່ວມມືໃນປີ 2020 ແລະ ຊຸມປີຕໍ່ໄປ. ພ້ອມກັນນັ້ນ, ກອງປະຊຸມດັ່ງກ່າວ ກໍແມ່ນໂອກາດເພື່ອໃຫ້ຫວຽດນາມຢັ້ງຢືນບົດບາດເປັນປະທານໃນການບໍລິຫານ, ປະສານງານໃນການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງບັນດາ ປະເທດ ອາຊຽນ. ກອງປະຊຸມຄັ້ງນີ້ ກໍແມ່ນໂອກາດເພື່ອໃຫ້ຫວຽດນາມໂຄສະນາພາບພົດ, ທີ່ຕັ້ງບົດບາດຂອງປະເທດຊາດ, ຂອງກອງທັບປະຊາຊົນຫວຽດນາມ ມາເຖິງພາກພື້ນ ແລະ ສາກົນ”.

        ກອງປະຊຸມ ADMM ວົງແຄບ 2020 ຈະຈັດກອງປະຊຸມເປັນທາງການໃນວັນທີ 19 ກຸມພາ, ເຊິ່ງລວມມີວາລະປະຊຸມຄົບຄະນະ ແລະ ການພົບປະບໍ່ເປັນທາງການລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ  ກັບ ອົດສະຕາລີ.

        ຫົວຂໍ້ຂອງບັນດາກອງປະຊຸມປ້ອງກັນຊາດ - ການທະຫານ ອາຊຽນ ໃນປີ 2020, ລວມທັງ ກອງປະຊຸມ ADMM ວົງແຄບ ຄັ້ງນີ້ ແມ່ນ “ການຮ່ວມມືດ້ານປ້ອງກັນຊາດ ເພື່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. 

ຕອບກັບ

ຂ່າວ/ບົດ​ອື່ນ