ໄຂກອງປະຊຸມສຸດຍອດ ອາຊີ - ປາຊີຟິກ ຢູ່ ກຳປູເຈຍ

(VOVWORLD) -ກອງປະຊຸມສຸດຍອດ ອາຊີ - ປາຊີຟິກ (APS) ປີ 2019 ດ້ວຍຫົວຂໍ້ “ຮັບມືກັບບັນດາສິ່ງທ້າທາຍຕົ້ນຕໍປະຈຸບັນ: ສັນຕິພາບ, ປອງດອງຊາດ, ຫນູນຊ່ວຍເຊິ່ງກັນ ແລະກັນ ພ້ອມກັນວັດທະນາຖາວອນ ແລະ ບັນດາຄຸນຄ່າທົ່ວໂລກ” ໄດ້ໄຂຂຶ້ນໃນວັນທີ 19 ພະຈິກ ຢູ່ ນະຄອນຫລວງ ພະນົມເປັນ ປະເທດກຳປູເຈຍ. 

ໄຂກອງປະຊຸມສຸດຍອດ ອາຊີ - ປາຊີຟິກ ຢູ່ ກຳປູເຈຍ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ພາບ:ນັກຂ່າວ VOV ປະຈຳ ກຳປູເຈຍ

ເຂົ້າຮ່ວມກອງປະຊຸມ ມີແຂກຖືກເຊີນປະມານ 2000 ຄົນມາຈາກ 50 ປະເທດ ແລະ ພາກພື້ນ ລວມມີ ບັນດາປະມຸກລັດ ແລະ ອະດີດປະມຸກລັດ, ການນຳລັດຖະບານ, ສະພາແຫ່ງຊາດ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Samdech Hunsen ນາຍົກລັດຖະມົນຕີກຳປູເຈຍ ຢືນຢັນ: ກອງປະຊຸມຄັ້ງນີ້ ດຳເນີນໃນສະພາບການໂລກ ພວມປະເຊີນຫນ້າກັບສິ່ງທ້າທາຍຫລາຍຢ່າງ, ນາບຂູ່ເຖິງສັນຕິພາບ, ວັດທະນາຖາວອນ, ການພັດທະນາລວມຂອງພາກພື້ນ ແລະໂລກ, ກໍ່ຄືຄວາມສະຫງົບສຸກຂອງປະຊາຊົນ.

ໃນໄລຍະດຳເນີນກອງປະຊຸມ, ບັນດາຜູ້ແທນຈະປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ເພື່ອແນໃສ່ເພີ່ມທະວີການຮ່ວມມື, ຍົກສູງຄຸນຄ່າຂອງສັນຕິພາບ, ວັດທະນາຖາວອນສຳລັບມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ