ໄຂກອງປະຊຸມສະໄໝສາມັນປະຈຳເດືອນ ກໍລະກົດ ຂອງລັດຖະບານຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 03 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານ ກອງປະຊຸມສະໄໝສາມັນປະຈຳເດືອນ ກໍລະກົດ ຂອງລັດຖະບານ.

ໄຂກອງປະຊຸມສະໄໝສາມັນປະຈຳເດືອນ ກໍລະກົດ ຂອງລັດຖະບານຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ  ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: VGP)

ກ່ຽວກັບບັນດາເຫດການໃຫຍ່ຂອງປະເທດຊາດໃນເດືອນ ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ມີການເຄື່ອນໄຫວໃຫຍ່ຫຼາຍຢ່າງໄດ້ຮັບການຈັດຕັ້ງຢ່າງລອບຄອບຖີ່ຖ້ວນຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ, ເຊິ່ງໄດ້ຮັບການສະໜັບສະໜູນ ແລະ ຕີລາຄາສູງຈາກປະຊາຊົນ. ໃນເດືອນ ກໍລະກົດ, ໄດ້ເກີດມີຜູ້ຕິດເຊື້ອໂຄວິດ-19 ຫຼາຍຄົນ ແລະ ມີບາງຄົນເສຍຊີວິດ. ບັນດານະຄອນ ດ່ານັ້ງ, ໂຮ້ຍອານ, ບວນເມທວດ ແລະ ບາງທ້ອງຖິ່ນຕ້ອງດຳເນີນການແຍກຫ່າງສັງຄົມ. ທ່ານນາຍົກລັດຖະມົນຕີ ໄດ້ເຮັດວຽກກັບຫຼາຍເຂດເສດຖະກິດຄື: ທາງພາກກາງ, ເຂດໄຕງວຽນ, ເຂດທາງທິດຕາເວັນອອກພາກໃຕ້, ເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກໍຄືຫຼາຍທ້ອງຖິ່ນອື່ນ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ພິເສດແມ່ນປ່ອຍເງິນລົງທຶນສາທາລະນະ, ຜ່ານນັ້ນຊຸກຍູ້ການເຕີບໂຕ.

        ພາຍຫຼັງເກີດໂລກລະບາດ, ຄະນະປະຈຳລັດຖະບານໄດ້ຈັດກອງປະຊຸມຫຼາຍຄັ້ງເພື່ອຊີ້ນຳການປ້ອງກັນ, ຕ້ານໂລກລະບາດ ດ້ວຍທິດນຳທີ່ວ່າ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ເນັ້ນໜັກວ່າ.

        “ໄລຍະຕົ້ນເດືອນ ສິງຫາ ແມ່ນມີລັກສະນະຕັດສິນເລື່ອງໂລກລະບາດຈະແຜ່ລະບາດຫຼືບໍ່, ຂ້າພະເຈົ້າຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ ຕ້ອງສຸມໃສ່ການປ້ອງກັນ, ຕ້ານໂລກລະບາດ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງລະມັດລະວັງໃນການປ້ອງກັນ, ຕ້ານໂລກລະບາດ; ບໍ່ປະໃຫ້ໂລກລະບາດແຜ່ລະບາດໃນວົງກວ້າງ. ສະນັ້ນ, ຈິດໃຈແມ່ນ ສຸມທຸກແຫຼ່ງກຳລັງເພື່ອແກ້ໄຂສະພາບໂລກລະບາດຢູ່ເຂດເກີດໂລກລະບາດ, ໂດຍສະເພາະແມ່ນຢູ່ດ່ານັ້ງ”.

        ໂດຍບໍ່ຫົວຊາຕໍ່ສະພາບໂລກພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ບັນດາອົງການການເງິນໃຫຍ່ລ້ວນແຕ່ຕີລາຄາດ້ວຍຄວາມປະເອີບໃຈກ່ຽວກັບຫວຽດນາມ. ວັນທີ 30 ກໍລະກົດ, ທະນາຄານໂລກ ໄດ້ຕີລາຄາວ່າ, ຫວຽດນາມ ຖືກຜົນສະທ້ອນຢ່າງຮ້າຍແຮງຈາກໂລກລະບາດໂຄວິດ-19, ແຕ່ການເຕີບໂຕຍັງຈະຢືນອັນດັບທີ 5 ໃນໂລກໃນປີ 2020 ດ້ວຍລະດັບເຕີບໂຕ 2,8% ແລະ 6,8% ໃນປີ 2021. ຫວຽດນາມ ພວມກາຍເປັນຕ່ອງໂສ້ສຳຄັນໃນລະບົບການສະໜອງທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ