ໄຂກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ລາວ ຊຸດທີ IX

(VOVWORLD) -ຕອນເຊົ້າວັນທີ 13 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ລາວ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ.
ໄຂກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ລາວ ຊຸດທີ IX - ảnh 1(ພິທີໄຂກອງປະຊຸມ)

ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ຊີ້ແຈ້ງວ່າ, ທີ່ກອງປະຊຸມຄັ້ງນີ້, ບັນດາສະມາຊິກສະແຫ່ງຊາດຈະຮັບຟັງ, ປຶກສາຫາລື ແລະ ຮັບຮອງເອົາຫຼາຍບັນຫາສຳຄັນພື້ນຖານຂອງປະເທດຊາດ ລວມມີ ບົດລາຍງານຂອງນາຍົກລັດຖະມົນຕີກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ແຜນງົບປະມານຂອງລັດ, ແຜນການເງິນຕາ 6 ເດືອນຕົ້ນປີ ແລະ ແຜນການຜັນຂະຫຍາຍ 6 ເດືອນທ້າຍປີ 2022.

        ກອງປະຊຸມກໍ່ພິຈາລະນາບົດລາຍງານຂອງລັດຖະບານ ລາວ ກ່ຽວກັບຄວາມຄືບໜ້າການປະຕິບັດ 2 ໂຄງການແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ; ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍໃໝ່ 3 ສະບັບ ແລະ ປັບປຸງຮ່າງກົດໝາຍ (ສະບັບປັບປຸງ) 9 ສະບັບ…

ຕອບກັບ

ຂ່າວ/ບົດ​ອື່ນ