ໄຂກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ

(VOVWORLD) -ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈຸງ, ໄດ້ຮຽກຮ້ອງໃຫ້ບັນດານັກຊ່ຽວຊານ, ນັກຮຽນຮູ້ ສືບຕໍ່ເສີມຂະຫຍາຍຈິດໃຈ “ກົງໄປກົງມາ, ພາວະວິໄສ, ວິທະຍາສາດ”
ໄຂກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ - ảnh 1(ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ)

ຕອນເຊົ້າວັນທີ 06 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 11 ດ້ວຍຫົວຂໍ້ “ຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາຢູ່ພາກພື້ນ”  ໂດຍສະຖາບັນການຕ່າງປະເທດ, ກອງທຶນໜູນຊ່ວຍການຄົ້ນຄວ້າທະເລຕາເວັນອອກ ແລະ ສະພາທະນາຍຄວາມຫວຽດນາມ ພ້ອມກັນຈັດຕັ້ງຂຶ້ນ. ເຂົ້າຮ່ວມກອງປະຊຸມສຳມະນາມີຜູ້ແທນເກືອບ 250 ທ່ານລວມມີເຈົ້າໜ້າທີ່, ນັກຮຽນຮູ້ ແລະ ບັນດານັກການທູດ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈຸງ, ໄດ້ຮຽກຮ້ອງໃຫ້ບັນດານັກຊ່ຽວຊານ, ນັກຮຽນຮູ້ ສືບຕໍ່ເສີມຂະຫຍາຍຈິດໃຈ “ກົງໄປກົງມາ, ພາວະວິໄສ, ວິທະຍາສາດ”, ຕັ້ງໜ້າຍົກອອກບັນດາຂໍ້ສະເໜີຢ່າງຊັດເຈນເພື່ອຊ່ວຍໃຫ້ລັດຖະບານບັນດາປະເທດທີ່ກ່ຽວຂ້ອງສົມທົບກັນກະທຳ ເພື່ອສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.

        ກອງປະຊຸມຄັ້ງນີ້ຖືກດຳເນີນໃນລະຫວ່າງວັນທີ 06 – 07 ພະຈິກ ແລະ ມີຂອບຂະໜາດໃຫຍ່ກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ ດ້ວຍຄາດໝາຍຊອກຫາບັນດາມາດຕະການປະດິດຄິດສ້າງ, ປະກອບສ່ວນປັບປຸງສະພາບຄວາມໝັ້ນຄົງທາງທະເລ. ພິເສດ, ໃນຂອບເຂດກອງປະຊຸມຍັງໄດ້ດຳເນີນພິທີສະເຫຼີມສະຫຼອງ 25 ປີແຫ່ງວັນລົງນາມໃນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ຕອບກັບ

ຂ່າວ/ບົດ​ອື່ນ