ໄຂ​ກອງ​ປະ​ຊຸມຫົວ​ໜ້າກົມ​ໃຫ່​ຍ​ພາ​ສີ ​ເວ​ທີປາ​ໄສ​ການ​ຮ່ວມ​ມືລະ​ຫວ່າງອາ​ຊີ​-ເອີ​ລົບ​ຄັ້ງ​ທີ 13 ຢູ່​ຫ​ວຽດ​ນາມ

(VOVWORLD) -ກອງປະຊຸມ ຫົວໜ້າກົມໃຫ່ຍພາສີ ASEM ຄັ້ງທີ 13, ເຊິ່ງແມ່ນເຫດການນອນໃນຂອບເຂດເວທີປາໄສການຮ່ວມມືລະຫວ່າງອາຊີ-ເອີລົບASEM, ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 9 ຕຸລາ, ທີ່ນະຄອນຮະລອງ, ແຂວງກວ່າງນິ່ງ.

ໄຂ​ກອງ​ປະ​ຊຸມຫົວ​ໜ້າກົມ​ໃຫ່​ຍ​ພາ​ສີ ​ເວ​ທີປາ​ໄສ​ການ​ຮ່ວມ​ມືລະ​ຫວ່າງອາ​ຊີ​-ເອີ​ລົບ​ຄັ້ງ​ທີ 13 ຢູ່​ຫ​ວຽດ​ນາມ - ảnh 1ກອງປະຊຸມຫົວໜ້າກົມໃຫ່ຍພາສີ ເວທີປາໄສການຮ່ວມມືລະຫວ່າງອາຊີ-ເອີລົບຄັ້ງທີ 13

(ພາບ: haiquanonline.com.vn/

ກອງປະຊຸມດັ່ງກ່າວມີຄະນະຜູ້ແທນເຂົ້າຮ່ວມ53 ຄະນະ, ເຊິ່ງແມ່ນບັນດາຫົວໜ້າກົມໃຫ່ຍພາສີ, ຂ້າຫຼວງບັນດາອົງການສຳນັກງານພາສີຂອງປະເທດສະມາຊິກASEM, ເລຂາທິການໃຫ່ຍອົງການພາສີໂລກ, ສະຫະພາບເອີລົບແລະບັນດາຜູ້ຕາງໜ້າສະຖານທູດປະເທດສະມາຊິກ ASEM ປະຈຳ ຫວຽດນາມ. ໃນເວທີປາໄສ ASEM ໄດ້ສົນທະນາ 3 ເສົາຄ້ຳຫຼັກປະກອບມີ: ດ້ານການເມືອງ, ດ້ານຄວາມໝັ້ນຄົງ-ເສດຖະກິດ, ວັດທະນະທຳ-ສັງຄົມແລະການຮ່ວມມືດ້ານພາສີດ້ວຍບຸລິມະສິດຕົ້ນຕໍແມ່ນ: ການເພີ່ມເຕີມແລະເພີ່ມທະວີການປະຕິບັດລະບົບການຄ້າຫຼາຍຝ່າຍໃນອົງການການຄ້າໂລກ (WTO). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການເງິນ ໂດ້ຮ່ວາງແອັງຕ໊ວນ, ຊີ້ແຈ້ງວ່າ.

 “ພວກຂ້າພະເຈົ້າຕີລາຄາສູງບັນດາໂຄງການທີ່ກ່ຽວຂ້ອງເຖິງການຍົກສູງກຳລັງຄວາມສາມາດປ້ອງກັນຕໍ່ຄວາມສ່ຽງ, ໃນວຽກງານຕໍ່ສູ້, ຕ້ານການສໍ້ກົງການຄ້າ ກໍຄືໃນວຽກງານຄຸ້ມຄອງຄຸນຄ່າພາສີ. ໃນອະນາຄົດ, ພວກຂ້າພະເຈົ້າປາດຖະໜາຢາກໃຫ້ພາສີໂລກສືບຕໍ່ເອົາໃຈໃສ່ເຖິງພາສີຫວຽດນາມ ເພື່ອເພີ່ມທະວີການໜູນຊ່ວຍດ້ານເຕັກນິກ ເພື່ອຍົກສູງກຳລັງຄວາມສາມາດໃຫ້ອົງການພາສີ ປະຕິບັດໜ້າທີ່ຂອງພາສີໃນຍຸດທະສາດໂລກວາງອອກ, ປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາ, ແລກປ່ຽນເສດຖະກິດທົ່ວໂລກ.”

ດ້ວຍນ້ຳໃຈການຍູ້ແຮງແລະຍົກລະດັບດ້ານການຕ່າງປະເທດຫຼາຍຝ່າຍ, ເລື່ອງອົງການພາສີຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມຫົວໜ້າກົມໃຫ່ຍພາສີ ASEM ໄດ້ຢັ້ງຢືນເຖິງຄວາມເປັນເຈົ້າການໃນການປະກອບສ່ວນເຂົ້າໃນກຳນົດທິດການເຄື່ອນໄຫວຮ່ວມມືດ້ານພາສີອາຊີ-ເອີລົບ. ຜ່ານນັ້ນ, ກໍ່ເປັນການປະກອບສ່ວນສ້າງການເຊື່ອມຕໍ່ແລະການຮ່ວມມືໃນພາກພື້ນໃນຂົງເຂດພາສີໃນສະພາບການປະຕິວັດອຸດສະຫະກຳຄັ້ງທີ 4 ພວມໄດ້ຮັບການດຳເນີນຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ