ກອງປະຊຸມໃຫຍ່ກຳມະບານຫວຽດນາມ ຄັ້ງທີ 11
|
(vovworld)- ວັນທີ 28/7, ກອງປະຊຸມໃຫຍ່ກຳມະບານຫວຽດນາມ ຄັ້ງທີ 11, ອາຍຸການ 2013- 2018 ຖືກໄຂຂຶ້ນ ຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນເກືອບ 950 ຄົນທີ່ຕາງຫນ້າໃຫ້ສະມາຊິກກຳມະບານເກືອບ 8 ລ້ານຄົນໃນທົ່ວປະເທດ ແລະ ຜູ້ຕາງຫນ້າບັນດາອົງການມະຫາຊົນສາກົນ, ທູຕານຸທູດ, ອົງການສາກົນ, ອົງການບໍ່ຂຶ້ນກັບລັດຖະບານ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ, ທ່ານ ຫງວຽນຊີງຮຸ່ງ ປະທານສະພາແຫ່ງຊາດ, ທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານນາຍົລັດຖະມົນຕີ ຫງວຽນເຕີຢູງ ພ້ອມດ້ວຍການນຳຄະນະກຳມະການສູນກາງແນວໂຮມປະເທດຊາດ ແລະ ອະດີດການນຳພັກ, ລັດ. ກ່າວຄຳເຫັນທີ່ພິທີໄຂ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເນັ້ນຫນັກວ່າ: “ປະຈຸບັນ ຫວຽດນາມ ພວມຫັນປ່ຽນຢ່າງແຂງແຮງໃນວິວັດທະນາການຫັນເປັນອຸດສາຫະກຳ ແລະ ທັນສະໄຫມ, ປະຕິບັດ 2 ຫນ້າທີ່ຍຸດທະສາດຄື:ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ສະນັ້ນ ຮຽກຮ້ອງໃຫ້ຖັນແຖວກຳມະກອນຜູ້ອອກແຮງງານ ຕ້ອງຍົກຕົນເອງໃຫ້ຂຶ້ນສູ່ລະດັບສູງໃຫມ່ ບໍ່ພຽງແຕ່ກ່ຽວກັບການອອກແຮງງານມີພູມປັນຍາ, ຫົວຄິດປະດິດສ້າງເທົ່ານັ້ນ ຫາກຍັງນັບທັງຄວາມຮັບຮູ້, ບົດບາດທີ່ຕັ້ງດ້ານການເມືອງອັນໃຫຍ່ຫລວງຂອງຊົນຊັ້ນກຳມະກອນ, ຊຶ່ງແມ່ນຊົນຊັ້ນເປັນເຈົ້າຂອງຊາກຕະກຳຂອງປະເທດຊາດ.”
ນະພິທີ, ທ່ານ ດັ້ງງອກຕູ່ງ, ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ໃຫ້ຮູ້ວ່າ: ອາຍຸການ 2013-2018, ສະຫະພັນໃຫຍ່ແຮງງານຫວຽດນາມ ກຳນົດ ສືບຕໍ່ປ່ຽນໃຫມ່ເນື້ອໃນ ແລະ ຮູບການເຄື່ອນໄຫວກຳມະບານ.
“ສະພາບທີ່ວາງອອກໃຫ້ກຳມະບານຫວຽດນາມ ບັນດາຄຳຮຽກຮ້ອງຕ້ອງການໃຫມ່, ຮຽກຮ້ອງໃຫ້ອົງການກຳມະບານຕ້ອງກຳແຫນ້ນ ອາລົມຈິດ, ຄວາມມຸ້ງມາດປາດຖະຫນາຂອງຄົນງານ, ເລີ່ມມາຈາກບົດບາດທີ່ຕັ້ງຂອງກຳມະບານເພື່ອວາງອອກບັນດາຈຸດໝາຍ, ທິດທາງ ແລະ ຫນ້າທີ່ລະອຽດ, ເໝາະສົມ. ແຕ່ລະຮາກຖານກຳມະບານຄວນປະຕິບັດບັນດາພາລະຫນ້າທີ່ຂອງຕົນເປັນຢ່າງດີ.”