ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດບັນດາເຜົ່າສ່ວນໜ້ອຍຫວຽດນາມ ຄັ້ງທີ 2

(VOVWORLD) -ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດບັນດາເຜົ່າສ່ວນໜ້ອຍຫວຽດນາມ ຄັ້ງທີ 2 ປີ 2020 ດ້ວຍຫົວຂໍ້ “ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ບັນດາເຜົ່າມີຄວາມສະເໝີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫຼືອເຊິ່ງກັນແລະກັນ, ເສີມຂະຫຍາຍກຳລັງແຮງພາຍໃນເພື່ອພ້ອມກັນພັດທະນາປະເທດຊາດ”

ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດບັນດາເຜົ່າສ່ວນໜ້ອຍຫວຽດນາມ ຄັ້ງທີ 2 - ảnh 1 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດບັນດາເຜົ່າສ່ວນໜ້ອຍຫວຽດນາມ ຄັ້ງທີ 2 ປີ 2020

(ພາບ: baodantoc.vn)

ຕອນເຊົ້າວັນທີ 04 ທັນວາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດບັນດາເຜົ່າສ່ວນໜ້ອຍຫວຽດນາມ ຄັ້ງທີ 2 ປີ 2020 ດ້ວຍຫົວຂໍ້ “ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ບັນດາເຜົ່າມີຄວາມສະເໝີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫຼືອເຊິ່ງກັນແລະກັນ, ເສີມຂະຫຍາຍກຳລັງແຮງພາຍໃນເພື່ອພ້ອມກັນພັດທະນາປະເທດຊາດ” ຖືກໄຂຂຶ້ນຢ່າງເປັນທາງການຢູ່ຮ່າໂນ້ຍ,  ດ້ວຍການເຂົ້າຮ່ວມຂອງຜູ້ແທນ 1.600 ຄົນ.

        ກອງປະຊຸມນີ້ແມ່ນໂອກາດເພື່ອໃຫ້ພັກລັດຮັບຮູ້ຜົນງານການປະກອບສ່ວນຢ່າງໃຫຍ່ຫຼວງຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍໃນກິດຈະການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່, ພັດທະນາພື້ນຖານໂຄງລ່າງ, ປະຕິບັດນະໂຍບາຍຊົນເຜົ່າ, ສ້າງສາ, ປົກປັກຮັກສາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ