ໄຂຄ້າຍພັກແລ້ງຫວຽດນາມ2014ດ້ວຍຫົວເລື່ອງ“ທະເລໝູ່ເກາະບ້ານເກີດເມືອງນອນຂອງຂ້າພະເຈົ້າ”

ໄຂຄ້າຍພັກແລ້ງຫວຽດນາມ2014ດ້ວຍຫົວເລື່ອງ“ທະເລໝູ່ເກາະບ້ານເກີດເມືອງນອນຂອງຂ້າພະເຈົ້າ” - ảnh 1
ພິທີໄຂ​ຄ້າຍ​ພັກ​ແລ້ງ​ຫວຽດນາມ 2014
ພາບ:TTXVN


(vovworld)- ຕອນ​ຄຳ່​ວັນ​ທີ 11/7, ​ມີ​ຊາວ​ຫນຸ່ມ​ເຍົາວະ​ຊົນ​ຫວຽດນາມ​ ​ເກືອບ 170 ຄົນ​ທີ່ອາ​ໄສ​ຢູ່​ຫລາຍ​ປະ​ເທດ​ໃນ​ໂລກ ​ໄດ້​ເຕົ້າ​ໂຮມ​ຢູ່​ນະຄອນ ຮ້າ​ລອງ ​ແຂວງ ກວ໋າງນີງ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ໄຂ​ຄ້າຍ​ພັກ​ແລ້ງ​ຫວຽດນາມ 2014. ກ່າວ​ຄຳ​ເຫັນນະ​ພິທີ, ທ່ານ ຫງວຽນ​ແທງ​ເຊີນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ຫົວຫນ້າ​ຄະນະ​ກຳມະການ​​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ຊີ້​ແຈ້ງວ່າ: ຄ້າຍ​ພັກ​ແລ້ງ​ຫວຽດນາມ 2014 ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ຫນຸ່ມ​ເຍົາວະ​ຊົນ​ຫວຽດນາ​ມ​ອາ​ໄສ​ຢູ່​ຕ່າງປະ​ເທດ ມີ​ເງື່ອນ​ໄຂ​ໄດ້​ສຳ​ພັດ ​ແລະ ​ເຂົ້າ​ໃຈ​ຢ່າ​ງ​ເລິກ​ເຊິ່ງກ່ຽວ​ກັບ​ອະທິປະ​​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ກວ່າ, ​ເຂົ້າ​ໃຈ​ກ່ຽວ​ກັບ​ມູນ​ເຊື້​ອຮັກ​ຊາດ, ພື້ນຖານ​ວັດທະນະທຳ, ຄວາມ​ສາມັກຄີ​ຂອງ 54 ຊົນ​ເຜົ່າ​ຫວຽດນາມ, ຜ່ານ​ນັ້ນ ຍົກ​ສູງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ, ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ​ຂອງ​ບັນດາ​ຊາວ​ຫນຸ່ມ​ເຍົາ​ວະ​ຊົນ​ຫວຽດນາມ​ທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ. ຄ້າຍ​ພັກ​ແລ້ງ​ຫວຽດນາມ​ປີ 2014 ຈະ​ດຳ​ເນ​ີນ​ໄປ​ແຕ່​ວັນ​ທີ 8-27/7 ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ມີ​ຄວາມ​ໝາຍ​ຢູ່​ບັນດາ​ທ້ອງ​ຖິ່ນ​ໃນ​ 3 ພາກ​ຂອງ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ