ໄຂງານ Festival ເດີນກາຕາຍຕືຄັ້ງທີ 1 - ບາກລຽວ 2014

    ໄຂງານ Festival ເດີນກາຕາຍຕືຄັ້ງທີ 1 - ບາກລຽວ 2014 - ảnh 1
ລາຍການສະແດງສິລະປະໃນພິທີ​ໄຂງານ Festival ​ເດີນ​ກາ​ຕາຍ​ຕື​
ແຫ່​ງຊາດຄັ້ງ​ທີ 1                          (ພາບ: baomoi.com)

(vovworld)-ພິທີ​ໄຂງານ Festival ​ເດີນ​ກາ​ຕາຍ​ຕື​ແຫ່​ງຊາດຄັ້ງ​ທີ 1 - ບາກ​ລຽວ 2014 ​ໄດ້​ຖືກ​​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ 25/4 ຢູ່​ແຂວງ ບາກ​ລຽວ, ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ສິລະ​ປະ​ເດີນ​ກາ​ຕາຍ​ຕື ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ວ່າ ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ, ອະດີດ​ເລຂາທິການ​ໃຫຍ່​ພັກ​ກອມູນິດ​ຫວຽດນາມ ​ເລຂາ​ຟຽວ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈຸ​ລິວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ້ດຶກ​ດາມ...​ໄດ້​ເຂົ້າ​ຮ່ວມ​ເຫດການ​ນີ້. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ້ດຶກ​ດາມ ກ່າວ​ວ່າ :

   “ 21 ​ເຫດການ​ຈະ​ຖືກ​ດຳ​ເນີນ​ໃນ​ຕະຫຼອດ​ເວລາ​ຈັດງານບຸນແຕ່ວັນທີ 24-29/4. ແຂວງ ບາກລຽວ ຈະເຂົ້າຮ່ວມພ້ອມກັບ 20 ແຂວງ, ນະຄອນ ເພື່ອຈັດຕັ້ງງານ Festival ດ້ວຍ​ບັນດາ​ເຄື່ອງ​ດົນຕີ​ພື້ນ​ເມື​ອງ ​ແລະ ສຽງ​ຂັບ​ຮ້ອງ​ຂອງ​ບັນດາ​ນັກ​ສີ​ລະ​ປີນ ”

  ​ໃນ​ຂອບ​ເຂດງານ Festival ​ເດີນ​ກາ​ຕາຍ​ຕື​ແຫ່ງ​ຊາດຄັ້ງ​ທີ 1 - ບາກ​ລຽວ 2014, ຕອນ​ເຊົ້າ​ວັນ​ທີ 26/4, ຢູ່​ນະຄອນ​ບາກ​ລຽວ, ກໍ​ໄດ້​ຈັດ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ຮ່ວມ​ສຳພັນ​ພັດທະນາ​ການທ່ອງທ່ຽວ​ຂຶ້ນ​ເພື່ອ​ແນ​ໃສ່​ສ້າງ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃຫ້​ສົມບູນ​ແບບ, ພ້ອມ​ທັງ​ສ້າງສາ​ຍສຳພັນ​ຮ່ວມ​ມື​ເພື່ອ​ພັດທະນາ​ການທ່ອງທ່ຽວ​ລະຫວ່າງ​ທ້ອງ​ຖິ່ນ​ກັບ​ນະຄອນ​ໂຮ່ຈິ​ມິນ, ບັນດາ​ແຂວງ, ນະຄອນ ​ເຂດ​ທົງພຽງ​ແມ່ນ​ນ້ຳຂອງ ພາກ​ໃຕ້​ຫວຽດນາມ....

ຂ່າວ/ບົດ​ອື່ນ